ສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ

    ສູນກາງສະຫະພັນແມ່ຍິງລາວ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ພາຍໃຕ້ຄໍາຂວັນ: ການນໍາເພດຍິງ ແລະ ການບັນລຸຄວາມສະເໝີພາບ ໃນໄລຍະໂຄວິດ-19 ຂຶ້ນໃນວັນທີ 16-17 ມີນາ 2021 ທີ່ສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ມີທ່ານນາງ ນາລີ ສີສຸລິດ ພັນລະຍາການນໍາຂັ້ນສູງ ພະນັກງານປະຕິວັດອາວຸໂສ ຄອບຄົວການນຳ ອະດີດຄະນະປະທານສູນກາງສະຫະພັນແມ່ຍິງລາວ ຄະນະນໍາສະຫະພັນແມ່ຍິງກະຊວງ-ອົງການ ແຂວງ ນະຄອນຫຼວງ ພ້ອມດ້ວຍບັນດາທ່ານຄູ່ຮ່ວມພັດທະນາເຂົ້າຮ່ວມ.

    ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການມາເຕົ້າໂຮມກັນຄັ້ງນີ້ ເພື່ອພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ພາຍໃຕ້ຄໍາຂວັນ: ການນໍາເພດຍິງ ແລະ ການບັນລຸຄວາມສະເໝີພາບໃນໄລຍະໂຄວິດ-19 ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກສະຫະພາບເອີຣົບປະຈໍາ ສປປ ລາວ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ອົງການ UNFPA ອົງການຮ່ວມມືສາກົນ ສ ເກົາຫຼີ ປະຈໍາລາວ (KOICA) ແລະ ອື່ນໆ ເພື່ອກໍານົດຫົວຂໍ້ເພື່ອຈັດສໍາມະນາໃນ 4 ຫົວຂໍ້ ຄື: ການເປັນການນໍາເພດຍິງໃນຂົງເຂດການເມືອງ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແມ່ຍິງ ຜົນກະທົບຂອງໂຄວິດ-19 ຕໍ່ແມ່ຍິງ ຊາວໜຸ່ມ ແລະ ເດັກຍິງ ການສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ ແລະ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງແມ່ຍິງ ຕິດພັນກັບການສົ່ງເສີມຜະລິດຕະພັນຂອງແມ່ຍິງລາວບັນດາເຜົ່າ ຕິດພັນກັບຖະແຫຼງການວຽງຈັນ ໃນປີ 2012 ກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມຂອງແມ່ຍິງອາຊຽນ ເພື່ອສິ່ງແວດລ້ອມແບບຍືນຍົງ ແລະ ຕິດພັນກັບການອະນຸຮັກສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ແລະ ຂອງເຜົ່າ.

​                           # ຂ່າວ & ພາບ: ວຽງມາ

error: Content is protected !!