ເພີ່ມທັກສະກ່ຽວກັບວຽກງານເລືອດ ກັບສື່ມວນຊົນ

    ກອງປະຊຸມເຝິກອົບຮົມນັກປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນແກ່ພາກສ່ວນສື່ມວນຊົນ ໃນວັນທີ 16 ມີນາ 2011 ຢູ່ສູນເລືອດແຫ່ງຊາດ ອົງການກາແດງລາວ ເປັນປະທານຂອງທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ມີອະດີດຮອງຫົວໜ້າສູນເລືອດແຫ່ງ ຊາດ ພ້ອມດ້ວຍພະນັກງານວິຊາການ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

    ຈຸດປະສົງຂອງຊຸດອົບຮົມຄັ້ງນີ້ ຈະໄດ້ຮັບຟັງການສະຫຼຸບສັງລວມສະພາບການຈັດຕັ້ງເຄື່ອນໄຫວວຽກງານການບໍລິຈາກເລືອດໃນໄລຍະຜ່ານມາຂອງທົ່ວປະເທດ ພ້ອມທັງຮ່ວມກັນປະກອບຄໍາເຫັນກ່ຽວກັບການເຄື່ອນໄຫວຂອງແຕ່ລະພາກສ່ວນ ເພື່ອແນໃສ່ໃຫ້ສື່ມວນຊົນມີຄວາມເຂົ້າໃຈຂໍ້ມູນຂ່າວສານ ຄວາມຮູ້ກ່ຽວກັບວຽກງານເລືອດ ແລະ ນໍາໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນບົນດາເຜົ່າໃຫ້ທົ່ວເຖີງ.

    ໃນແຕ່ລະວັນ ຈະມີຄົນເຈັບນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ຕ້ອງການເລືອດຢ່າງໜ້ອຍ 300-400 ກວ່າຖົງຕໍ່ວັນ ເຊິ່ງສະແດງໃຫ້ເຫັນວ່າ ທຸກໆວັນຕ້ອງມີຄົນບໍລິຈາກເລືອດແຕ່ 300-400 ກວ່າຄົນເຊັ່ນກັນ ເວົ້າລວມ ເວົ້າສະເພາະ ບັນດາໂຮງໝໍຢູ່ນະຄອນຫຼວງວຽງຈັນ ກໍມີການປິ່ນປົວດ້ວຍເລືອດນັບມື້ນັບເພີ່ມຂຶ້ນ ສະເລ່ຍແລ້ວ 150-200 ຖົງຕໍ່ວັນ. 

                # ຂ່າວ & ພາບ: ບຸນມີ

error: Content is protected !!