ໃນສົກຮຽນ 2020-2021 ນັກຮຽນຍິງ ຈຳນວນ 8 ຄົນ ຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ຮັບທຶນການສຶກສາ ໄປສຶກສາເເລກປ່ຽນວັດທະນະທຳຢູ່ທີ່ປະເທດຍີ່ປຸ່ນເປັນໄລຍະເວລາ 8 ເດຶອນ ຈຳນວນ 5 ຄົນ ແລະ ໄປສຶກສາຕໍ່ທີ່ປະເທດຝຣັ່ງ ເປັນໄລຍະເວລາ 3 ປີ ຈຳນວນ 3 ຄົນ.

ສຳລັບທຶນເເລກປ່ຽນວັດທະນະທຳຢູ່ທີ່ປະເທດຍີ່ປຸ່ນເປັນໄລຍະເວລາ 8 ເດຶອນ ປະກອບມີ ນາງ ມີຖຸນາ ສົມສະໝອນ ຫ້ອງ 6/1 ນາງ ອັກສອນສະຫວັນ ຈັນທະວິໄຊ ຫ້ອງ 6/2 ນາງ ທິດາພອນ ຍົງວົງສິດທິ L1/1 ນາງ ລັດດາວັນ ເເກ້ວດາລາ ຫ້ອງ 7/4 ແລະ ນາງ ຈິນຕະນາພອນ ຈັນທະວົງ ຫ້ອງ 7/5 ເຊິ່ງກຳນົດຈະເດີນທາງໄປແມ່ນເດືອນມິຖຸນາ 2021 ພາຍຫຼັງການສອບເສັງພາກຮຽນທີ 2 ສຳເລັດ.

ສ່ວນນັກຮຽນຈຳນວນ 3 ຄົນ ທີ່ໄດ້ຮັບທຶນໄປສຶກສາຢູ່ປະເທດຝຣັ່ງເປັນໄລຍະເວລາ 3 ປີ ມີນາງຟ້າໃສ ຫຼວງພິບູນ ຫ້ອງ L3/1 ໄດ້ຮັບທຶນທຶນ Bourse d’avenir ຫຼື ເອີ້ນວ່າທຶນເພື່ອອະນາຄົດທີ່ສົດໃສ ຈາກບໍລິສັດນໍ້າເທີນ2 ປະຈຳລາວ ນາງ ປານີພອນ ວົງມາລາ ຫ້ອງ L3/1 ແລະ ນາງ ພອນມະນີ ສູນດາລາ ຫ້ອງ L3/2 ໄດ້ຮັບທຶນ Bourse d’excellence 2021 ຫຼືເອີ້ນວ່າທຶນນັກຮຽນດີເລີດຈາກສະຖານທູດຝຣັ່ງ ສ່ວນຄາດໝາຍການເດີນ ທາງໄປສຶກສາຕໍ່ທັງ 3 ຄົນ ແມ່ນເດືອນສິງຫາ 2021 ທີ່ຈະມາເຖິງ.

# ຂ່າວ & ພາບ: ບຸນມີ