ວາງມາດຕະການປ້ອງກັນ ກຽມພ້ອມຕອບໂຕ້ໄພພິບັດປີ 2021

    ການດຳເນີນກອງປະຊຸມວິຊາການ ວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ 2020 ອັດລົງດ້ວຍຜົນສຳເລັດ ວັນທີ 11 ມີນາ 2021 ຢູ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

       ກອງ​ປະ​ຊຸມ​ໄດ້​ພ້ອມ​ກັນ​ປືກ​ສາ​ຫາ​ລື ປະ​ກອບ​ຄຳ​ຄິດ​ເຫັນ ແລະ ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ການ​ປະ​ເມີນ​ສະຫຼຸບຕີລາຄາຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານຄຸ້ມຄອງໄພພິບັດ 5 ປີ ໄລ​ຍະ​ແຕ່ 2016-2020 ການກໍານົດແຜນ​ການ 5 ປີ ໄລຍະ 2021-2025 ແລະ ຮ່ວມກັນກໍານົດວຽກຈຸດສຸມ ແລະ ແຜນກຽມພ້ອມຕອບໂຕ້ໄພພິບັດປະຈໍາປີ 2021  ຄົ້ນຄວ້າ ປຶກສາຫາລື ແລະ ເປັນເອກະພາບຕໍ່ບັນດາເອ​ກະ​ສານຕ່າງໆ ເປັນຕົ້ນ ເຫັນດີ ແລະ ຮັບຮອງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ລວມທັງວຽກຈຸດສຸມ ແລະ ແຜນການກຽມພ້ອມຕອບໂຕ້ໄພພິບັດປະຈໍາປີ 2021 ເຊັ່ນ: ວຽກນິຕິກໍາ ການປ້ອງກັນ ແລະ ກຽມພ້ອມຕອບໂຕ້ໄພພິບັດ ການແກ້ໄຂຊ່ວຍເຫຼືອສຸກເສີນ ການຟື້ນຟູຫຼັງໄພພິບັດ ວຽກງານຮ່ວມມືໃນຂອບອາຊຽນ ແລະ ການຮ່ວມມືສາກົນ ພ້ອມນັ້ນ ຍັງໄດ້ຫາລືກຽມແຜນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນ 5 ປີຕໍ່ໜ້າ (2021-2025) ແລະ ວາງເປົ້າໝາຍແຜນວຽກຈຸດສຸມໃນແຕ່ລະດ້ານ ເພື່ອເພີ່ມທະວີປ້ອງກັນ ຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ.

      ໂດຍສະເພາະແຜນກຽມພ້ອມຕອບໂຕ້ໄພພິບັດປີ 2021 ທີ່ເນັ້ນໃສ່ຄວາມຮັບຜິດຊອບຂອງແຕ່ລະຂະແໜງການ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຢູ່ສູນກາງ ແລະ ທ້ອງຖິ່ນຂັ້ນແຂວງ ເມືອງ ແລະ ບ້ານ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທີ່ຈະມີຕໍ່ສັງຄົມ ເສດຖະກິດ ແລະ ສິ່ງແວດລ້ອມ ໂດຍເນັ້ນໃສ່ 3 ມາດຕະການສໍາຄັນຄື: ການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ຈະສຸມໃສ່ການຊຸກຍູ້ໃນການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການຄູ້ມຄອງໄພພິບັດທຸກຂັ້ນ ພ້ອມທັງຊຸກຍູ້ຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ການເຝົ້າລະວັງ ຕິດຕາມ ແລະ ການແຈ້ງຂ່າວເຕືອນໄພລ່ວງໜ້າ ກ່ຽວກັບ ຄວາມອັນຕະລາຍ ແລະ ໄພພິບັດຕ່າງໆທີ່ອາດຈະເກີດຂຶ້ນ ທັງຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂຶ້ນ ລວມທັງການກວດກາຄືນ ຄວາມພ້ອມທາງດ້ານເຄື່ອງມື ວັດຖຸອຸປະກອນ ພາຫະນະ ຢາປົວພະຍາດ ແລະ ການເກັບແຮເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນ ເພື່ອຮັບໃຊ້ເຂົ້າໃນການຕອບໂຕ້ເຫດການໄພພິບັດ ກຽມຄວາມພ້ອມຂອງທີມງານໃຫ້ການຊ່ວຍເຫຼືອສຸກເສີນ ເປັນຕົ້ນ ທີມງານປະເມີນຜົນສຸກເສີນ ທີມງານຊອກຄົ້ນ-ຄົ້ນຫາ ແລະ ກູ້ໄພ ທີມງານຊ່ວຍເຫຼືອທາງດ້ານການແພດ ແລະ ບໍລິການສຸຂະພາບ.

      ມາດຕະການຄວບຄຸມ ແລະ ຕອບໂຕ້ສຸກເສີນ ເນັ້ນໃສ່ການຈຳກັດໄພພິບັດທີ່ພວມເກີດຂຶ້ນ ບໍ່ໃຫ້ສ້າງຜົນກະທົບຮ້າຍແຮງ ຫຼື ຄວາມເສຍຫາຍຫຼວງຫຼາຍຕໍ່ສຸຂະພາບ ຊີວິດ ຊັບສິນຂອງປະຊາຊົນ ເຊິ່ງຕ້ອງປະຕິບັດບັນດາໜ້າວຽກສໍາຄັນຄື: ການຮັບປະກັນຄວາມປອດໄພ ການຊ່ວຍເຫຼືອສຸກເສີນ ການຊອກຄົ້ນ ຫຼື ຄົ້ນຫາ ແລະ ກູ້ໄພ ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນເບື້ອງຕົ້ນ ການຊ່ວຍເຫຼືອບັນເທົາທຸກ ການຮ້ອງຂໍການຊ່ວຍເຫຼືອ ການອໍານວຍຄວາມສະດວກໃນການຊ່ວຍເຫຼືອຈາກສາກົນ ການຄຸ້ມຄອງການຊ່ວຍເຫຼືອ ການສ້ອມແປງໂຄງລ່າງພື້ນຖານທີ່ຈຳເປັນ ການປະກາດເປັນເຂດປະສົບໄພພິບັດ ແລະ ການປະກາດຍົກເລີກເຂດປະສົບໄພພິບັດ.

     ມາດຕະການຟື້ນຟູຫຼັງໄພພິບັດແມ່ນ ເລັ່ງໃສ່ການປົວແປງຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ແລະ ການບູລະນະສ້ອມແປງ ກໍ່ສ້າງໂຄງລ່າງພື້ນຖານທີ່ຖືກຜົນກະທົບ ຫຼື ໄດ້ຮັບຄວາມເສຍຫາຍຈາກໄພພິບັດ ຄືນສູ່ສະພາບປົກກະຕິ ຫຼື ດີກວ່າເກົ່າ ເຊິ່ງສິ່ງທີ່ຕ້ອງປະຕິບັດ ຄື: ການປະເມີນຄວາມຕ້ອງການຫຼັງໄພພິບັດ ການສ້າງແຜນຟື້ນຟູ ການດຳເນີນການຟື້ນຟູ ແລະ ການຕິດຕາມກວດກາຫຼັງການຟື້ນຟູ ແລະ ອື່ນໆໃຫ້ມີປະສິດທິດຜົນຫຼາຍຂຶ້ນ.

# ຂ່າວ & ພາບ : ລັດເວລາ

error: Content is protected !!