ອົງການ UNDP ແລະ ສະຖານທູດຈີນ ປະຈຳ ສປປ ລາວ ໄດ້ເປີດໂຄງການ ການບໍລິຫານຄຸ້ມຄອງຂີ້ເຫຍື້ອທາງການແພດຢ່າງເປັນທາງການ ໂດຍອີງໃສ່ການຮຽນຮູ້ຈາກປະສົບການຂອງຈີນ ເພື່ອປັບປຸງການໂຕ້ຕອບຕໍ່ພະຍາດໂຄວິດ -19 ຢູ່ໃນຂົງເຂດອາຊີ ແລະ ປາຊີຟິກ ຂຶ້ນໃນວັນທີ 11 ມີນາ 2021 ທີ່ສຳນັກງານອົງການສະຫະປະຊາຊາດ ມີທ່ານ ນາງ ຣີຄາດາ ຣີເກີ Ricarda Rieger ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ແລະ ຕາງໜ້າສະຖານທູດຈີນປະຈຳລາວ ພ້ອມດ້ວຍຄູ່ຮ່ວມໂຄງການຈາກກະຊວງສາທາລະນະສຸກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (MICT) ແລະ ອົງການອະນາໄມໂລກ (WHO) ເຂົ້າຮ່ວມ.

ການລະບາດຂອງພະຍາດໂຄວິດ -19 ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນໃນການຫຼຸດຜ່ອນຄວາມສ່ຽງທີ່ເປັນໄພອັນຕະລາຍຫຼາກຫຼາຍຮູບການ ລວມທັງການລະບາດຂອງພະຍາດ ໂຄງການທີ່ກ່າວມາຂ້າງເທິງນີ້ ໄດ້ຮັບການສະໜັບສະໜູນຈາກກອງທຶນຊ່ວຍເຫຼືອການຮ່ວມມື South South Cooperation Assistance Funds (SSCAF) ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ແກ່ການກຽມພ້ອມ ແລະ ໂຕ້ຕອບໃນລະດັບພາກພື້ນອາຊີ-ປາຊີຟິກ ຕໍ່ພະຍາດໂຄວິດ -19 ເຊີ່ງໂຄງການດັ່ງກ່າວ ໄດ້ມີຈຸດສຸມພິເສດໃນ 5 ປະເທດ ລວມທັງ ສປປ ລາວ.

ໂຄງການດັ່ງກ່າວ ຈະໃຫ້ການສະໜັບສະໜູນທາງດ້ານເຕັກນິກ ແລະ ວິຊາການກ່ຽວກັບການປັບປຸງລະບົບການຄຸ້ມຄອງກ່ຽວກັບຂີ້ເຫຍື້ອທາງການແພດ ດ້ານສຸຂະພາບປອດໄພ ໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ທີ່ຖືກຄັດເລືອກ ແລະ ການພັດທະນາຄວາມສາມາດໃຫ້ແກ່ຜູ້ຊ່ຽວຊານດ້ານການຮັກສາສຸຂະພາບພະນັກງານໃນຂັ້ນທ້ອງຖິ່ນ ແລະ ຜູ້ທີ່ໃຫ້ບໍລິການທີ່ຈຳເປັນ ພ້ອມທັງການຮັກສາສຸຂະພາບ ເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວ ດ້ວຍການປົກປ້ອງຄົນ ແລະ ສິ່ງແວດລ້ອມ.

# ຂ່າວ & ພາບ : ເພັດສະໝອນ