ແມ່ ພິນ ສົມທອງຄໍາ ໃຫ້ສໍາພາດວັນທີ 10 ມີນາ 2021 ວ່າ: ຕົນເກີດໃນຄອບຄົວຊາວໄຮ່ນາ ເຮັດຮົ້ວເຮັດສວນ ໂດຍສືບທອດບົດຮຽນ ແລະ ປະສົບການເຮັດການຜະລິດຈາກພໍ່ແມ່ ຕົນໄດ້ນໍາໃຊ້ເນື້ອທີ່ດິນນາ 2 ໄລ່ ເຮັດການຜະລິດໃຫ້ເກີດຜົນປະ ໂຫຍດສູງສຸດ ເຊິ່ງໃນແຕ່ລະປີ ພາຍຫຼັງທີ່ເກັບກ່ຽວເຂົ້ານາປີແລ້ວ ແມ່ນໄດ້ບຸກເບີກດິນເພື່ອປູກພືດຜັກແບບປະສົມປະສານ ປະ ກອບມີ ຜັກກະລໍ່າປີ ຫອມບົ່ວ ຜັກກາດຊອມ ແລະ ຜັກບົ້ງ ນອກນີ້ແລ້ວ ໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ປູກໝາກເລັ່ນເນື່ອທີ່ 1 ໄລ່ ໂດຍການຜະລິດພືດຜັກໃນປີ 2020 ແລະ ປີ 2021 ເຫັນວ່າມີຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບທາງດ້ານການຕະຫຼາດເຮັດໃຫ້ຊາວສວນມີຄວາມທໍ້ຖອຍໃນການຜະລິດ ປັດຈຸບັນ ໝາກເລັ່ນຈໍາໜ່າຍໃນລາຄາ 10.000 ກີບຕໍ່ໜຶ່ງໝື່ນ ຖ້າທຽບໃສ່ກັບໄລຍະທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ຜົນຜະລິດຂອງຊາວສວນສົ່ງໄປຂາຍທີ່ປະເທດໄທ ຫວຽດນາມ ແລະ ສປ ຈີນ ຈໍາໜ່າຍສົ່ງໃນລາຄາກິໂລ 10.000 ກີບ ສະເລ່ຍປີໜຶ່ງສາມາດສ້າງລາຍຮັບບໍ່ຕໍ່າກວ່າ 30 ລ້ານກີບຕໍ່ປີ ປັດຈຸບັນເຫັນວ່າລາຄາໝາກເລັ່ນປີນີ້ຕົກຕໍ່າຫຼາຍ ສາເຫດຍ້ອນຊາວກະສິກອນມີການຜະລິດທີ່ຫຼາຍ ແລະ ບໍ່ສາມາດສົ່ງອອກຈໍາໜ່າຍໄປຕ່າງ ປະເທດໄດ້.

ແມ່ພິນ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ຊາວສວນແມ່ນໄດ້ຮັບຜົນກະທົບເປັນຈໍານວນຫຼວງຫຼາຍ ເນື່ອງຈາກວ່າຕົ້ນທຶນໃນການຜະລິດສູງ ລາຄາຈໍາໜ່າຍພືດຜັກຕົກຕໍ່າ ໂດຍສະເພາະແມ່ນໝາກເລັ່ນ ນອກນັ້ນ ຊົນລະປະທານທີ່ສະໜອງນໍ້າໃຫ້ແກ່ການຜະລິດຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການຂອງຊາວສວນ ສະນັ້ນ ຂໍສະເໜີໄປຍັງພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເລັ່ງພິຈາລະນາແກ້ໄຂເພື່ອເຮັດໃຫ້ຂະບວນການຜະລິດຂອງຊາວສວນມີບັນຍາກາດຄຶກຄື້ນ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.


# ຂ່າວ & ພາບ : ຂັນທະວີ