ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 111 ປີ ພາຍໃຕ້ຄຳຂວັນ “ການນຳເພດຍິງ: ການບັນລຸຄວາມສະເໝີພາບໃນໄລຍະໂຄວິດ-19” ວັນທີ 11 ມີນາ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານນາງ ຫຼຽນຄຳ ວິລະພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ຜູ້ຊີ້ນຳວຽກງານອົງການຈັກຕັ້ງມະຫາຊົນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານນາງ ຫຼຽນຄຳ ວິລະພັນກ່າວວ່າ: ວັນທີ 8 ມີນາ 1910 ເປັນເຫດການການເມືອງທີ່ສຳຄັນ ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ ພາຍໃຕ້ຄຳຂວັນ “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ ຕ້ອງມີລະບົບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕ້ານສົງຄາມຮຸກຮານ ປົກປັກຮັກສາສັນຕິພາບຂອງໂລກ” ສະນັ້ນ ທຸກໆປີຈິ່ງໄດ້ມີການສະເຫຼີມສະຫຼອງວັນດັ່ງກ່າວ ແລະ ວັນດັ່ງກ່າວໄດ້ກາຍເປັນວັນແຫ່ງດອກໄມ້ ວັນແຫ່ງຄວາມຮັກ ຄວາມຫ່ວງໄຍທີ່ແມ່ຍິງໄດ້ຮັບຈາກເພື່ອນຕ່າງເພດ ເປັນວັນທີ່ແມ່ຍິງມີບົດບາດໃນສັງຄົມຈົນເຖິງປັດຈຸບັນ.
ນອກຈາກນີ້ ກໍໄດ້ຮັບຟັງການສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງ ນວ ແລະ ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກສິດທິເດັກໄລຍະ 1 ປີຜ່ານມາລວມ 7 ພາກສ່ວນ ພ້ອມທັງຮັບຟັງການໂອ້ລົມຂອງທ່ານ ອາດສະພັງທອງ ສີພັນດອນ ອີກດ້ວຍ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ