ພິທີເຊັນສັນຍາລະຫວ່າງກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດທັງລ່ອງ ຈອຍສະໂຕກ ຄໍໂປເຣຊັນ ແລະ ບໍລິສັດສຸພາພອນກໍ່ສ້າງ ສຳຫຼວດ ອອກແບບ ແລະ ຂົວທາງຈຳກັດຜູ້ດຽວ ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ສັນຍາທີ 1 ແຕ່ກິໂລແມັດ 71 ຫາ ກິໂລແມັດ 111 ແຂວງບໍລິຄຳໄຊ ຈັດຂຶ້ນວັນທີ 11 ມີນາ 2021 ທີ່ກະຊວງ ຍທຂ ຮ່ວມລົງນາມໂດຍທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທ່ານ ສຸກສາມອນ ວາລຸວົງ ປະທານບໍລິສັດສຸພາພອນກໍ່ສ້າງ ສຳຫຼວດ ອອກແບບ ແລະ ຂົວທາງຈຳກັດຜູ້ດຽວ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ (ຊ່ວງສັນຍາ 1) ກິໂລແມັດ 71 ຫາ ກິໂລແມັດ 111 ມີຄວາມຍາວ 40 ກິໂລແມັດ ແມ່ນນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ກິໂລແມັດ 71 ( ແຂວງບໍລິຄໍາໄຊ) ຫາ ກິໂລແມັດ 346 (ແຂວງຄໍາມ່ວນ) ມີຄວາມຍາວທັງຫມົດ 275 ກິໂລແມັດ ເຊິ່ງແບ່ງອອກເປັນ 4 ຊ່ວງສັນຍາ ໂດຍໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ໍາຈາກ 3 ສະຖາບັນຄື: ທະນາຄານໂລກ (WB) ທະນາຄານລົງທຶນເອີຣົບ (EIB) ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIB) ແລະ ງົບປະມານຈາກກອງທຶນທາງ ລວມທັງໝົດ 157,5 ລ້ານໂດລາສະຫະລັດ ໃນນີ້ ຄ່າກໍ່ສ້າງ ແລະ ປັບປຸງເສັ້ນທາງ 275 ກິໂລແມັດ ມູນຄ່າ 125 ລ້ານໂດລາ ຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດີນ 1,7 ລ້ານໂດລາ ຄ່າວ່າຈ້າງທີ່ປຶກສາ 5 ລ້ານໂດລາ ແລະ ຄ່າບູລະນະຮັກສາ 25,8 ລ້ານໂດລາ ໄລຍະເວລາໃນການປະຕິບັດໂຄງການ 10 ປີ ແຕ່ປີ 2021-2031 ໃນນີ້ ໄລຍະກໍ່ສ້າງ 2 ຫາ 3 ປີ ແລະ ບູລະນະຮັກສາ 7 ຫາ 8 ປີ.

ສໍາລັບຊ່ວງສັນຍາ 1 ແມ່ນເລີ່ມແຕ່ກິໂລແມັດ 71 ຫາ ກິໂລແມັດ 111 ລວງຍາວ 40 ກິໄລແມັດ ແມ່ນນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກ ເພື່ອປັບປຸງຍົກລະດັບຈຸດນ້ໍາຖ້ວມ ແລະ ຂະຫຍາຍໜ້າທາງເກົ່າຈາກ 9 ແມັດ ເປັນ 12 ແມັດ ມີ 2 ຊ່ອງທາງຈາລະຈອນ (2 X 3,5 ແມັດ) ແລະ ບ່າທາງເບື້ອງລະ 2,5 ແມັດ ກໍ່ສ້າງຂົວໃໝ່ 2 ແຫ່ງ ແທນໃສ່ຈຸດເກົ່າ ລວງຍາວແຕ່ລະແຫ່ງປະມານ 25 ແມັດ ກ້ວາງ 12 ມ ໂຄງສ້າງທາງໄດ້ອອກແບບເປັນໜ້າທາງແບບປູຢາງຂົ້ວ (ເບຕົງອັສຟານ) ສ່ວນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ຄັດເລືອກເອົາບໍລິສັດຮັບເໝົາ ໂດຍການປະມູນສາກົນໃນຮູບແບບສັນຍາແບບມອບເໝົາຄື ຜູ້ຮັບເໝົາ ເປັນຜູ້ດໍາເນີນການກໍ່ສ້າງສໍາເລັດພາຍໃນ 2 ປີ ແລະ ສືບຕໍ່ບູລະນະຮັກສາໄປຕື່ມອີກ 8 ປີ ຈຶ່ງຈະມອບໃຫ້ເຈົ້າຂອງໂຄງການ ມູນຄ່າຂອງສັນຍາຜ່ານການປະມູນ ສໍາລັບສັນຍານີ້ແມ່ນ 17,5 ລ້ານໂດລາ ສ່ວນຮູບການຊໍາລະໃຫ້ແກ່ໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ແມ່ນໄລຍະດໍາເນີນການກໍ່ສ້າງ 2 ປີ ມີມູນຄ່າປະມານ 14 ລ້ານໂດລາໂດຍແມ່ນທະນາຄານໂລກເປັນຜູ້ຊໍາລະ ໄລຍະທີ 2: ແມ່ນໄລຍະການນໍາໃຊ້ ແລະ ບູລະນະຮັກສາເສັ້ນທາງ 8 ປີ ແບ່ງຈ່າຍເປັນງວດໆ ໂດຍນໍາໃຊ້ເງິນຈາກກອງທຶນທາງ (ຂອງລັດຖະບານລາວ) ຈໍານວນ 3,5 ລ້ານໂດລາສະຫະລັດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ