ໂຄວິດ ລາວພົບຜູ້ຕິດເຊື້ອໃໝ່ອີກ 1 ຢູ່ແຂວງສະຫວັນນະເຂດ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານເມື່ອວັນທີ 10 ມີນາ 2021 ຜ່ານມາວ່າ: ໄດ້ກວດພົບຜູ້ຕິດເຊື້ອໃໝ່ຈຳນວນ 1 ຄົນ ເປັນຜູ້ຕິດເຊື້ອນ້ຳເບີ 48 ເພດຊາຍ ອາຍຸ 43 ປີ ສັນຊາດ ລາວ ອາຊີບ ພໍ່ຄ້າຂາຍຜັກ ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ ເຊິ່ງຜູ້ກ່ຽວແມ່ນຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ຢູ່ແຂວງສະຫວັນນະເຂດ.

    ປະຫວັດຂອງຜູ້ກ່ຽວແມ່ນແຂງແຮງດີ ບໍ່ມີອາການສະແດງຫຍັງ ແລະ ບໍ່ໄດ້ກວດຊອກຫາໂຄວິດ-19 ກ່ອນເດີນທາງເຂົ້າມາ ສປປ ລາວ ໃນໄລຍະເຮັດວຽກຢູ່ແຂວງປະທຸມທານີ ຜູ້ກ່ຽວໄດ້ອາໄສຢູ່ຫ້ອງພັກຄົນດຽວ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງດັ່ງກ່າວ ຜູ້ກ່ຽວຈຶ່ງກັບຄືນມາ ສປປ ລາວ.

    ໃນວັນທີ 4 ມີນາ 2021 ໂດຍນັ່ງລົດໂດຍສານຈາກແຂວງປະທຸມທານີ ມາຫາແຂວງມຸກດາຫານ

    ວັນທີ 5 ມີນາ 2021 ຜູ້ກ່ຽວມາຮອດແຂວງສະຫວັນນະເຂດ ແລະ ຖືກນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.

    ພາຍຫຼັງທີ່ໄດ້ເກັບຕົວຢ່າງຜູ້ກ່ຽວມາກວດຊອກຫາເຊື້ອພະຍາດໂຄວິດ-19 ວັນທີ 9 ມີນາ 2021 ຜົນກວດຈາກຫ້ອງວິເຄາະຂອງໂຮງໝໍແຂວງສະຫວັນນະເຂດແມ່ນກວດພົບຕິດເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ ພ້ອມດຽວກັນນັ້ນ ກໍໄດ້ສົ່ງຕົວຢ່າງມາກວດຢັ້ງຢືນຢູ່ສູນວິເຄາະ ແລະ ລະບາດວິທະຍາ.

    ໃນວັນທີ 10 ມີນາ 2021 ຜົນກວດຈາກສູນວິເຄາະ ແລະ ລະບາດວິທະຍາ ຢັ້ງຢືນຜົນກວດແມ່ນພົບເຊື້ອ COVID-19 ປັດຈຸບັນຜູ້ກ່ຽວໄດ້ເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

    ຫຼັງຈາກນັ້ນ ກໍໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 15 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະຢູ່ໂຮງໝໍແຂວງສະຫວັນນະເຂດ ໃນນັ້ນ 5 ຄົນ ເຫັນວ່າຜົນກວດແມ່ນບໍ່ພົບເຊື້ອ ທີ່ເຫຼືອແມ່ນກຳລັງລໍຖ້າຜົນກວດ ແລະ ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

    ນັບແຕ່ເດືອນມັງກອນ 2020 ຮອດວັນທີ 10 ມີນາ 2021 ໄດ້ກວດພົບເຊື້ອສະສົມ 48 ຄົນ ຄົນເຈັບຕິດເຊື້ອພະຍາດ COVID-19 ທີ່ຍັງນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ມີທັງໝົດ 6 ຄົນ (ຈຳປາສັກ 2 ຄົນ ນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ) ທັງ 6 ຄົນ ແມ່ນແຂງແຮງດີ ບໍ່ມີອາການຫຍັງ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!