ອາຊຽນ ຫາລືຜັນຂະຫຍາຍແຜນການຟື້ນຟູ​ຮອບ​ດ້ານ

   ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ວັນທີ 2 ມີນາ 2021 ຢູ່ກະຊວງການຕ່າງປະເທດ ​ພາຍໃຕ້​ການ​ເປັນ​ປະ​ທານ​ຂອງປະເທດ ບຣູໄນ ດາຣູຊາລາມ (ປະທານອາຊຽນປີ 2021) ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ​ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.   

     ກອງປະຊຸມ ໄດ້​ຮັບ​ຊາບ​ຄວາມ​ຄືບ​ໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ການ​ກະ​ກຽມ​ຮ່າງວິໄສທັດປະຊາຄົມອາຊຽນຫຼັງ​ປີ 2025  ການຈັດຕັ້ງປະຕິບັດບັນດາ​ຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ​ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ການຜັນຂະຫຍາຍແຜນຟື້ນຟູ​ຮອບ​ດ້ານ​ອາ​ຊຽນ ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ ການສ້າງແລວການເດີນທາງອາຊຽນ ແລະ ອື່ນໆ ໃນນີ້ ກອງປະຊຸມຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງ ຂອງອາຊຽນ ແລະ ການຢຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

   ພ້ອມນີ້ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງອາຊຽນກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານວ່າດ້ວຍມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນ ໄດ້ສືບຕໍ່ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງ ໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

    ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ພິເສດ ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາຕື່ມອີກ.

# ຂ່າວ & ພາບ : ລັດເວລາ

error: Content is protected !!