ຈະເພີ່ມທະວີການຄຸ້ມຄອງ ແລະ ການຊີ້ນຳວຽກງານຄວາມປອດໄພຂອງເຂື່ອນຂະໜາດນ້ອຍ

    ວັນທີ 3-4 ມີນາ 2021 ຢູ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດການເຝິກອົບຮົມກ່ຽວກັບລະບຽບການດ້ານຄວາມປອດໄພຂອງເຂື່ອນໄຟຟ້າຂະໜາດນ້ອຍໃນ ສປປ ລາວ ຄັ້ງທີ III ຮ່ວມເປັນປະທານ ມີທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງພະລັງງານ ທ່ານ Tristan Bellingham ຜູ້ອຳນວຍການໂຄງການພະລັງງານທົດແທນນູແວນເຊລັງ-ລາວ ມີຕາງໜ້າຫ້ອງການ ກົມ ສະຖາບັນກະຊວງ ພບ ພະແນກ ພບ 5 ແຂວງພາກກາງ ແລະ ພາກໃຕ້ ຜູ້ພັດທະນາເຂື່ອນໄຟຟ້າທຸກໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ການຈັດເຝິກອົບຮົມຂຶ້ນຄັ້ງນີ້ ມີຈຸດປະສົງເພື່ອແນໃສ່ 3 ບັນຫາຕົ້ນຕໍຄື:

  1. ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ກ່ຽວກັບມາດຕະຖານ ຄຳແນະນຳ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ໃນວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນໃນແຕ່ລະໄລຍະ ເປັນຕົ້ນແມ່ນ ໃນໄລຍະການສືກສາ ອອກແບບ ກໍ່ສ້າງ ແລະ ດໍາເນີນງານ 
  2. ຖອດຖອນບົດຮຽນ ການຕິດຕາມຄຸ້ມຄອງ ແລະ ການກວດກາຄວາມປອດໄພຂອງເຂື່ອນຂະໜາດນ້ອຍແຕ່ 15 ເມກາວັດລົງມາ ໃນໄລຍະຜ່ານມາ. 
  3. ເພີ່ມທະວີການຄຸ້ມຄອງ ແລະ ການຊີ້ນຳວຽກງານຄວາມປອດໄພຂອງເຂື່ອນຂະໜາດນ້ອຍນັບແຕ່ 15 MW ລົງມາ. 

    ເພື່ອສະໜອງພະລັງງານໄຟຟ້າໃຫ້ທົ່ວສັງຄົມ ແລະ ສົ່ງຂາຍອອກຕ່າງປະເທດ ວຽກງານຄວາມປອດໄພຂອງເຂື່ອນ ແມ່ນບຸລິມະສິດທີ່ສຳຄັນຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍຄືລັດຖະບານລາວ  ເປັນຕົ້ນ ແມ່ນພາຍຫຼັງເຫດການບໍ່ເພີງປາດຖະໜາ ການເພພັງຂອງເຂື່ອນໄຟຟ້ານໍ້າອ້າວ ໃນປີ 2017 ແລະ ການເພພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍ ໃນປີ 2018 ເຫດການດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ມີການສຸມໃສ່ເປັນພິເສດ ກ່ຽວກັບວຽກງານຕິດຕາມກວດກາຄວາມປອດໄພຂອງເຂື່ອນທັງຂະໜາດໃຫຍ່ ແລະ ນ້ອຍໃນແຕ່ລະໄລຍະການພັດທະນາເຊັ່ນ: ໃນໄລຍະການສືກສາ ອອກແບບ ກໍ່ສ້າງ ແລະ ດໍາເນີນງານ ທັງເຂື່ອນນ້ອຍ ແລະ ເຂື່ອນໃຫຍ່ໃນຂອບເຂດທົ່ວປະເທດ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!