ເຟສບຸກ (Facebook) ຈັດກອງປະຊຸມຜ່ານທາງອອນລາຍ ຫົວຂໍ້ “ຄວາມປອດໄພແກ່ສື່ມວນຊົນ” ຂຶ້ນວັນທີ 3 ມີນາ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ Amber Hawkes ຫົວໜ້ານະໂຍບາຍຄວາມປອດໄພຂອງ Facebook ປະຈຳອາຊີ-ປາຊີຟິກ ເປັນຜູ້ຖ່າຍທອດຄວາມຮູ້ແກ່ສື່ມວນຊົນລາວ ແນໃສ່ຍົກລະດັບຄວາມຮູ້-ຄວາມສາມາດກ່ຽວກັບການຮັກສາຄວາມປອດໄພໃນການໃຊ້ສື່ອອນລາຍຕ່າງໆຢ່າງມີຄວາມປອດໄພ ແລະ ມີປະສິດທິຜົນສູງສຸດ.

ທ່ານນາງ Amber Hawkes ກ່າວວ່າ: ປີ 2019 Facebook ໄດ້ລົງທຶນດ້ານຄວາມປອດໄພຫຼາຍກວ່າ 3,7 ຕື້ໂດລາສະຫະລັດ ໂດຍມີນັກກວດກາເນື້ອໃນຫຼາຍກວ່າ 2 ລ້ານເນື້ອໃນທຸກໆວັນ ແລະ 2-3 ປີຜ່ານມາ ພວກເຮົາໄດ້ເພີ່ມຈຳນວນຜູ້ເຮັດວຽກກ່ຽວກັບຄວາມປອດໄພຫຼາຍກວ່າ 35.000 ຄົນ ໃນນີ້ 15.000 ແມ່ນນັກກວດກາເນື້ອໃນ ພວກເຮົານຳໃຊ້ 4 ແນວທາງໃນການແກ້ໄຂຄວາມປອດໄພ ຄື: ການຮ່ວມມື ນະໂຍບາຍ ເຄື່ອງມື ແລະ ຊັບພະຍາກອນ ປັດຈຸບັນ Facebook ໄດ້ເຮັດວຽກຮ່ວມກັບອົງກອນດ້ານຄວາມປອດໄພຫຼາຍກວ່າ 500 ອົງກອນທົ່ວໂລກ ເຊິ່ງເປັນຜູ້ຊ່ຽວຊານດ້ານຄວາມສ່ຽງດ້ານຄວາມປອດໄພທາງອິນເຕີເນັດ ປະສົບການຂອງຜູ້ເຄາະຮ້າຍ ແລະ ຮູບແບບການລ່ວງລະເມີດ ຄູ່ຮ່ວມງານເຫຼົ່ານີ້ ຊ່ວຍແຈ້ງຂ່າວກ່ຽວກັບວຽກງານ ແລະ ຮ່ວມມືກັບພວກເຮົາໃນການຈັດສົ່ງແຜນງານຕ່າງໆ ນອກນີ້ ຍັງມີຄະນະທີ່ປຶກສາດ້ານຄວາມປອດໄພ ເຊິ່ງສ້າງຕັ້ງຂຶ້ນປີ 2009 ແລະ ໄດ້ພົບປະປະຈໍາໄຕມາດ ເພື່ອສະໜອງປັດໄຈຕ່າງໆດ້ານຄວາມປອດໄພເຂົ້າໃນວຽກງານຂອງພວກເຮົາ.


ທ່ານນາງ Amber Hawkes ກ່າວຕື່ມອີກວ່າ: ມາດຕະຖານຊຸມຊົນຂອງພວກເຮົາ ອະທິບາຍສິ່ງທີ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຮັບອະນຸຍາດໃນ Facebook ມີຈຸດປະສົງຊອກຫາຄວາມສົມດຸນລະຫວ່າງການໃຫ້ພື້ນທີ່ແກ່ປະຊາຊົນ ເພື່ອສະແດງອອກ ແລະ ສົ່ງເສີມສະພາບແວດລ້ອມທີ່ປອດໄພ ເຊິ່ງມາດຕະຖານນີ້ ກວມເອົາພື້ນທີ່ກວ້າງຂວາງ ແລະ ມີຫຼາຍຢ່າງທີ່ມີຄວາມສໍາຄັນເປັນພິເສດເມື່ອເວົ້າເຖິງຄວາມປອດໄພ ການກວດສອບຄວາມປອດໄພ ຈະຊ່ວຍໃຫ້ຮັບການແຈ້ງເຕືອນເມື່ອມີຄົນພະຍາຍາມເຂົ້າບັນຊີຂອງທ່ານຈາກຄອມພິວເຕີ ຫຼື ອຸປະກອນມືຖືທີ່ບໍ່ຄຸ້ນເຄີຍ ຮຽນຮູ້ວິທີປ້ອງກັນລະຫັດ ເປີດໃຊ້ການຢັ້ງຢືນຕົວຕົນຜ່ານ 2 ຂັ້ນຕອນ (2FA).

# ຂ່າວ & ພາບ : ສະບາໄພ