
ວັນທີ 10 ເມສາ 2020 ສາມອົງການຈັດຕັ້ງມະຫາຊົນ ກະຊວງການເງິນ ປະກອບມີ ຊາວໜຸ່ມ ກຳມະບານ ແລະ ສະຫະພັນແມ່ຍິງ ກະຊວງການເງິນ ໄດ້ພ້ອມກັນແຈກຢາຍຜ້າອັດປາກຢູ່ຖະໜົນ 23 ສິງຫາ ຈຸດຕໍ່ໜ້າກະຊວງການເງິນ ໃຫ້ກັບມວນຊົນທີ່ຂັບລົດຜ່ານຖະໜົນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.

ທ່ານ ສົມຈິດ ຄຳມຸງຄຸນ ຮອງຫົວໜ້າຫ້ອງການເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ໃຫ້ສຳພາດວ່າ: ໂດຍໄດ້ຮັບທິດຊີ້ນຳຈາກຄະນະບໍລິຫານພັກກະຊວງການເງິນ ໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ 3 ອົງການຈັດຕັ້ງມະຫາຊົນ ກະຊວງການເງິນ ກໍໄດ້ລະດົມທຶນຮອນຈາກສະມາຊິກຕາມຄວາມສາມາດທີ່ຕົນມີ ເພື່ອເປັນກຳລັງສັງລວມໃນການຈັດຊື້ອຸປະກອນຜ້າອັດປາກ ຜ່ານການລະດົມທຶນ ໄດ້ຮັບເງິນສົມທົບທັງໝົດ 14.900.000 ກີບ ໃນນີ້ໄດ້ຈັດຊື້ຜ້າອັດປາກ 3.400 ແຜ່ນ ແຈກຢາຍໃຫ້ມວນຊົນ ແລະ ຈັດຊື້ນ້ຳດື່ມ 200 ແກັດ ເພື່ອນຳໄປສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄປມອບຊຸກຍູ້ໃຫ້ກັບເຈົ້າໜ້າທີ່ຕຳຫຼວດ ແພດໝໍທີ່ປະຕິບັດໜ້າທີ່ກວດຄົນເຂົ້າ-ອອກເມືອງໃນແຕ່ລະຈຸດ ນອກນີ້ ຊາວໜຸ່ມກະຊວງການເງິນ ຍັງໄດ້ປະຕິບັດໜ້າທີ່ການຈັດຕັ້ງເວນຍາມ ກວດວັດແທກອຸນຫະພູມຂອງຜູ້ທີ່ມາພົວພັນວຽກງານຢູ່ພາຍໃນກະຊວງ ແລະ ອື່ນໆອີກດ້ວຍ.