ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອປ້ອງກັນ COVID-19

    ໃນ​ວັນ​ທີ 10 ເມ­ສາ 2020 ຢູ່​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ພາກ­ສ່ວນ​ຕ່າງໆ​ໄດ້​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ປະ­ເພດນ້ຳ​ດື່ມ ຜ້າ​ອັດ​ປາກ ແລະ ນ້ຳ​ຢາ​ຂ້າ​ເຊື້ອ​ໃຫ້​ແກ່​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ​ອັກ­ເສບ​ປອດ COVID-19 ໃນ​ນັ້ນ​ປະ­ກອບ​ມີ:

    ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ກະ­ຊວງ​ການ​ເງິນ ລວມ​ມູນ​ຄ່າ 14 ລ້ານ​ກວ່າ​ກີບ.

    ຄະ­ນະ​ຊາວ​ໜຸ່ມ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ມູນ​ຄ່າ 2 ລ້ານ​ກວ່າ​ກີບ.

    ບໍ­ລິ­ສັດ ເສັ້ນ­ທາງ​ລົດ­ໄຟ-ລາວ​ຈີນ ເລກ​ທີ 12 ຈຳ­ກັດ ມູນ​ຄ່າ 6 ລ້ານ​ກວ່າ​ກີບ.

    ບໍ­ລິ­ສັດ ບໍ­ລິ­ການ​ກໍ່­ສ້າງ​ຂົວ​ທາງ ອາ​ຊຽນ ຈຳ­ກັດ ມູນ​ຄ່າ 1.000 ໂດ​ລາ​ສະ­ຫະ­ລັດ.

    ເຊິ່ງ​ຕາງ­ໜ້າ​ຮັບ​ໂດຍ​ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ.

    ໃນ​ໂອ­ກາດ​ນີ້ ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ກໍ​ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ ແລະ ຊົມ­ເຊີຍ​ເປັນ​ຢ່າງ​ສູງ ມາ​ຍັງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ຊາວ​ໜຸ່ມ​ຂອງ​ແຕ່​ລະ​ກະ­ຊວງ ແລະ ບໍ­ລິ­ສັດ ທີ່​ໄດ້​ມີ​ນ້ຳ​ຈິດ ນ້ຳ­ໃຈ ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ຂອງ​ບັນ­ດາ​ສະ­ມາ­ຊິກ​ ປະ­ກອບ­ສ່ວນ​ວັດ­ຖຸ​ປັດ​ໄຈ​ດັ່ງ­ກ່າວ ເພື່ອ​ຊ່ວຍ​ກັນ​ຕ້ານ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19 ແລະ ທ່ານ​ຍັງ​ໄດ້​ຢືນ­ຢັນ​ວ່າ​ເຄື່ອງ​ດັ່ງ­ກ່າວ​ນີ້ ​ຈະ​ໄດ້​ນຳ­ໄປ​ມອບ​ໃຫ້​ແກ່​ປະ­ຊາ­ຊົນ ແລະ ເຈົ້າ​ໜ້າ​ໜ້າ­ທີ່-ທີ່​ພວມ​ປະ­ຕິ­ບັດ​ງານ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ COVID-19.

error: Content is protected !!