ລ​ຊມ​ລ ສະ​ໜັບ​ສະ​ໜູນ​ວຽກ​ງານກວດ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ໃນລາວ

    ທີ່​ບໍ່​ຄຳ-ທອງ​ເຊ​ໂປນ ວຽກ​ງານ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ (UXO) ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳ​ຄັນ ​ໃນ​ວົງ​ຈອນ​ການ​ຂຸດ​ຄົ້ນ-ປຸງ​ແຕ່ງ-ຜະ​ລິດ​ບໍ່​ແຮ່ ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ຖືກ​ຖິ້ມ​ລະ​ເບີດ​ຕໍ່ຕົວຄົນທີ່​ໜັກ​ໜ່ວງ​ທີ່​ສຸດ​ໃນ​ໂລກ ແລະ ບໍ່​ຄຳ-ທອງ​ເຊ​ໂປນ ​ກໍ​ຕັ້ງ​ຢູ່​ບ່ອນ​ທີ່​ຖືກ​ຖິ້ມ​ລະ​ເບີດ​ລົງ​ໃສ່ຫຼາຍ​ທີ່​ສຸດ​ໃນ​ປະ​ເທດ.​

    ບໍ​ລິ​ສັດລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ລົງ​ນາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈກ່ຽວກັບການ​ຮ່ວມ​ມື​ສະ​ໜັບ​ສະ​ໜູນ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່​ເຂດບໍ່-ຄຳ​ທອງ​ເຊ​ໂປນ ແລະ ຍົກ​ລະ​ດັບ​ຄວາມ​​ສາ​ມາດ​ດ້ານ​ວິ​ຊາ​ການກວດ​ກູ້​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂຶ້ນ​ວັນ​ທີ 26 ກຸມ​ພາ 2021 ຢູ່ນະຄອນຫຼວງວຽງຈັນ ເຊິ່ງ​ລົງ​ນາມໂດຍ​ທ່ານ ພັ.ອ ວຽງ​ໄຊ ໄຊ​ສະ​ໝອນ ຫົວ​ໜ້າ​ກົມ​ຊ່າງ​ແສງ ກົມໃຫຍ່​ເສ​ນາ​ທິ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ຊົງ​ລິນ ຊາງ ຜູ້​ຈັດ​ການ​ພະ​ແນກ​ບໍ​ລິ​ການ​ເຕັກ​ນິກ​ບໍ່​ແຮ່ ບໍ​ລິ​ສັດ ລ​ຊມ​ລ ໂດຍມີທ່ານ ພັ.ທ ປາດ​ຖະ​ໜາ ບຸດຕິ​ຈັກ ຮອງ​ຫົວ​ໜ້າ​ຫ້ອງ​ການ​ກົມ​ໃຫຍ່​ເສ​ນາ​ທິ​ການ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ທ່ານ ພັ.ອ ວຽງ​ໄຊ ໄຊ​ສະ​ໝອນ ກ່າວ​ວ່າ: ການ​ຮ່ວມ​ມື​ນີ້ ສະ​ໜັບ​ສະ​ໜູນ​ໃຫ້​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ດຳ​ເດີນ​ໄປ​ຢ່າງ​ປອດ​ໄພ   ຖືກ​ຕ້ອງ​ຕາມ​ມາດ​ຕະ​ຖານ​ແຫ່ງ​ຊາດ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ   ພວກ​ເຮົາ​ຈະ​ສານ​ຕໍ່​ກາ​ນ​ຮ່ວມ​ມືກັບ  ລ​ຊມ​ລ ທີ່​ມີ​ມາເປັນທົດ​ສະ​ວັດ ເພື່ອບັນ​ລຸ​ພາກ​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດ​ ໃນ​ການ​ເກັບ​ກູ້ ແລະ ການ​ທຳ​ລາຍລະ​ເບີດ​ທີ່​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ. 

    ນັບ​ແຕ່​ກາ​ນ​ຮ່ວມ​ມື​ໄດ້​ເລີ່ມ​ຕົ້ນ​ຂຶ້ນ ​ທົດ​ສະ​ວັດ​ຜ່ານ​ມາ ລ​ຊມ​ລ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ແລະ UXO Lao ໄດ້​ເຮັດ​ວຽກ​ງານ​ຮ່ວມ​ກັນ​ເພື່ອ​ປັບ​ປຸງ​ມາດ​ຕະ​ຖານ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ​ປີ 2015 ລ​ຊມ​ລ ແລະ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ໄດ້​ຮ່ວມ​ກັນ​ສ້າງຫຼັກ​ສູດ​ເຝິກ​ອົບ​ຮົມ​ກ່ຽວ​ກັບການ​ທຳ​ລາຍ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ ເພື່ອ​ສ້າງ​ຄວາມ​ສາ​ມາດ​ໃຫ້​​ນັກ​ວິ​ຊາ​ການ​ລາວໄດ້​ຮັບ​ຄຸນ​ວຸ​ດທິ​ສູງ​ທີ່​ສຸດ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສາ​ກົນ ນັບ​ແຕ່​ປີ 1996 ເປັນຕົ້ນມາ ລ​ຊມ​ລ ໄດ້​ລົງ​ທຶນຫຼາຍກວ່າ 51 ລ້ານໂດລາສະຫະລັດ ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກກວມ​​ເນື້ອ​ທີ່ 5.700 ເຮັກ​ຕາ ແລະ ​ທຳ​ລາຍ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ 58.500 ລູກ ​ລ​ຊມ​ລ ແລະ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ສືບ​ຕໍ່​ລົງ​ທຶນ​ໃສ່ເຕັກ​ໂນ​ໂລ​ຊີ​ທັນ​ສະໄໝ ​ເພື່ອ​ປັບ​ປຸງ​ປະ​ສິດ​ທິ​ຜົນ​ການ​ລະ​ບຸ ແລະ ກວດ​ຄົ້ນ UXO ເປັນຕົ້ນ ລະ​ບົບ​ການກວດ​ຫາ​ລູກ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ໃນ​ລະ​ດັບ​ເລິກ “Ultra-TEM II” ສາ​ມາດ​ຈັບ​ສັນ​ຍານ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ລະ​ດັບ​ເລິກ​ເຖິງ 3,5 ແມັດ ລ​ຊມ​ລ ໄດ້​ສືບ​ຕໍ່​ປັບ​ປຸງວິ​ທີ​ການກວດ​ຄົ້ນ​ລະ​ເບີດ​ແບບ Fixed Loop Electromagnetic (FLEM) ແລະ ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ລົງ​ທຶນ​ໃສ່ອຸ​ປະ​ກອນກວດ​ຄົ້ນ​ແບບ​ໃຊ້​ມື​ຈັບ ດ້ວຍ​ການ​ຊື້​ອຸ​ປະ​ກອນກວດ​ຄົ້ນ​ Vallon VMX-10. 

    ທ່ານ ສະ​ໝານ ອະ​ເນ​ກາ ກ່າວ​ວ່າ: ພວກ​ເຮົາ​ສືບ​ຕໍ່​ຫຼຸດ​ຜ່ອນ​ອຸ​ປະ​ສັກ​ທີ່​ມີ​ຜົນ​ກະ​ທົບ​ຖ່ວງ​ດຶງການ​ພັດ​ທະ​ນາ​ຂອງ ສ​ປ​ປ ລາວ ພວກ​ເຮົາ​ສູ້​ຊົນ​ເຮັດ​ໃຫ້​ຊຸມ​ຊົນ​ປອດ​ໄພ ​ດ້ວຍ​ການ​ຍົກ​ລະ​ດັບ​ຄວາມ​​ສາ​ມາດ ດ້ວຍ​ການ​ລົງ​ທຶນ​ໃນ​ອຸ​ປະ​ກອນ​ ແລະ ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​​ແກ່ຄູ່​ຮ່ວມ​ງານ ແລະ ຊຸມ​ຊົນ​ ລ​ຊມ​ລ ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ຍິ່ງ ສຳ​ລັບ​ການ​ຮ່ວມ​ມືຢ່າງ​ຕໍ່​ເນື່ອງ​ກັບກະ​ຊວງ​ປ້ອງ​ກັນ​ປະ​ເທດ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ແລະ UXO Lao ໃນກິດ​ຈະ​ກຳ​ທີ່ອັນ​ຕະ​ລາຍ​ນີ້. 

# ຂ່າວ & ພາບ : ສະບາໄພ

error: Content is protected !!