ຊາວໜຸ່ມກອງບັນຊາການທະຫານເມືອງສີໂຄດຕະບອງ ຍາດໄດ້ຜົນງານໂດດເດັ່ນ

    ໜ່ວຍຊາວໜຸ່ມຮາກຖານ ກອງບັນຊາການທະຫານເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2020 ແລະ ວາງແຜນການປະຈໍາປີ 2021 ຂຶ້ນ ວັນທີ 25 ກຸມພາ 2021 ຢູ່ກອງບັນຊາການດັ່ງກ່າວ ໂດຍເປັນປະທານຂອງທ່ານ ຮ້ອຍເອກ ຈັນທີ ອິນດາວົງ ເລຂາຊາວໜຸ່ມທະຫານເມືອງສີໂຄດຕະບອງ ມີທ່ານນາງ ສີສຸດາ ເພັງພົງສະຫວັດ ຄະນະບໍລິຫານງານຊາວໜຸ່ມ ນວ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ທ່ານ ພັ.ທ ສົມປອງ ດວງມະນີ ຮອງການເມືອງກອງບັນຊາການທະຫານເມືອງສີໂຄດຕະບອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ທ່ານ ພັ.ຕ ທອງຈັນ ແກ້ວບຸນແທ່ນ ຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ຮ້ອຍເອກ ຈັນທີ ອິນດາວົງ ກ່າວວ່າ: ໜ່ວຍຊາວໜຸ່ມຮາກຖານ ກອງບັນຊາການທະຫານເມືອງສີໂຄດຕະບອງ ປະກອບມີຄະນະບໍລິຫານງານ 5 ສະຫາຍ ຍິງ 1 ສະຫາຍ ແບ່ງເປັນ 3 ໜ່ວຍຂຶ້ນກັບ ມີສະມາຊິກ 63 ສະຫາຍ ຍິງ 9 ສະຫາຍ  ໄລຍະຜ່ານມາ ຄະນະບໍລິຫານງານໜ່ວຍຊາວໜຸ່ມຮາກຖານກອງບັນຊາການທະຫານເມືອງສີໂຄດຕະບອງ  ໄດ້ຢຶດໝັ້ນການນໍາພາຂອງພັກ ຍາມໃດກໍຖືເອົາການສຶກສາອົບຮົມວຽກງານການເມືອງນໍາພາແນວຄິດເປັນກົກ ດ້ວຍຫຼາຍຮູບການ ນຳເອົາເອກກະສານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປລ ແລະ ເອກະສານຕ່າງໆນຳມາເຜີຍແຜ່-ເຊື່ອມຊຶມໃຫ້ສະມາຊິກຊາວໜຸ່ມຢ່າງຕໍ່ເນື່ອງ ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມໄປຍົກລະດັບຄວາມຮູ້-ຄວາມສາມາດ ໂດຍສະເພາະ ການບໍາລຸງກົດໝາຍຊັ້ນຕົ້ນ 2 ສະຫາຍ ຍົກລະດັບວິຊາສະເພາະ 2 ສະຫາຍ ຍົກລະດັບທິດສະດີການເມືອງ-ການປົກຄອງ 1 ສະຫາຍ ຕິດພັນກັບການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມສະຫງົບ ປອດໄພ ພ້ອມນີ້ ຍັງໄດ້ເອົາໃຈໃສ່ປ້ອງກັນວັນສຳຄັນຕ່າງໆຂອງຊາດ-ຂອງພັກ ປ້ອງກັນເວນຍາມຄ້າຍຄູຕະຫຼອດ 24 ຊົ່ວໂມງ ກວດກາສາລະເວໃນຂອບເຂດຮັບຜິດຊອບຂອງກົມກອງໄດ້ເປັນຢ່າງດີ ຕິດພັນກັບວຽກງານດ້ານຂະບວນການຕ່າງໆໃຫ້ມີຄວາມເບີກບານມ່ວນຊື່ນ.

    1 ປີຜ່ານມາ ໄດ້ເປີດຂະບວນການສະຫຼຸບວຽກງານເຄື່ອນໄຫວວຽກງານຊາວໜຸ່ມ ໄລຍະ 3 ເດືອນ 6 ເດືອນ ແລະ ປະຈຳປີ ສ້າງຂະບວນການຮ່ວມກັບບ້ານອ້ອມຂ້າງ ສົມທົບກັບກຳລັງ ປກຊ-ປກສ ເຝິກອົບຮົມໄລຍະສັ້ນ ອອກແຮງງານວັນເສົາແດງ ປັບປຸງ-ກໍ່ສ້າງຫ້ອງນໍ້າໃນກົມກອງ ອະນາໄມຄ້າຍຄູ ແລະ ເຂົ້າຮ່ວມຮັບຟັງປາຖະກະຖາຂອງຂັ້ນເທິງ ແລະ ຂອງກົມກອງຈັດຂຶ້ນ ນອກນີ້ ຍັງໄດ້ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ ການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອສະໜອງເຂົ້າເຮືອນຄົວລວມ ແລະ ຂາຍເປັນສິນຄ້າ ໃນນີ້ ໄດ້ລ້ຽງສັດປີກປະເພດຕ່າງໆ 985 ໂຕ ລ້ຽງໝູ 19 ໂຕ ລ້ຽງປາ 9.000 ໂຕ ຂາຍ ໃຫ້ພະນັກງານ 180 ກິໂລ ເປັນເງິນ 3.600.000 ກີບ ລ້ຽງແບ້ 7 ໂຕ ລ້ຽງກົບ ແລະ ປູກພືດ-ຜັກຕ່າງໆ 1.099 ກິໂລ ຂາຍເປັນເງິນ 4.226.000 ກີບ ລວມລາຍຮັບຈາກການປູກຝັງ-ລ້ຽງສັດ 6.573.000 ກີບ.

    ຈາກຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ຈຶ່ງໄດ້ມອບໃບຢັ້ງຢືນ 4 ບຸກໃຫ້ໜ່ວຍຮາກຖານຊາວໜຸ່ມກອງບັນຊາການທະຫານເມືອງສີໂຄດຕະບອງ 1 ໃບ ໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ຈຳນວນ 63 ສະຫາຍ.

# ຂ່າວ & ພາບ : ສະບາໄພ

error: Content is protected !!