ການສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ຄັ້ງທຳອິດ ໄດ້ຈັດຂຶ້ນວັນທີ 25 ພະຈິກ 2020 ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໂດຍມີຊ່ຽວຊານຈາກປະເທດຈີນລົງມາຕິດຕາມການຈັດຕັ້ງປະຕິບັດຢ່າງໃກ້ຊິດ ໂດຍເທື່ອທຳອິດ ມີຈຳນວນ 103 ຄົນທີ່ໄດ້ຮັບການບໍລິການ ແລະ ມາຮອດປັດຈຸບັນ ການບໍລິການແມ່ນໄດ້ 5 ຄັ້ງແລ້ວ ສະຖານທີ່ໃຫ້ບໍລິການຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິລາດ ເຊິ່ງການບໍລິການວັກແຊັງແມ່ນເລັງໃສ່ກຸ່ມສ່ຽງທີ່ເປັນບຸຄະລາກອນ ແພດເຮັດວຽກໃກ້ຊິດກັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ໃນ 5 ໂຮງໝໍສູນກາງ ພະນັກງານສະໜາມບິນສາກົນວັດໄຕ ຜູ້ເຮັດວຽກຢູ່ສະ ຖານທີ່ຈຳກັດບໍລິເວນ ແລະ ຄົນຂັບລົດຂົນສົ່ງຜູ້ໂດຍສານຈາກສະໜາມບິນໄປຫາສູນກັກກັນບໍລິເວນ.

ປັດຈຸບັນ ວັກແຊັງທີ່ນຳມາໃຊ້ຢູ່ ສປປ ລາວ ມີຢູ່ 2 ຊະນິດຄື: ວັດແຊັງທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ (VeroCell-Sinopharm) ຈຳນວນ 302.000 ໂດສ ແລະ ວັກແຊັງທີ່ໄດ້ຮັບຈາກລັດຖະບານຣັດເຊຍ (Sputnik V) ຈຳນວນ 1.000 ໂດສ ຜ່ານການສັກຢາວັກແຊັງມາຮອດປັດຈຸບັນ ສາມາດສັກໄດ້ຈຳນວນ 1.758 ຄົນ ໃນນີ້ ມີຜູ້ສັກຄົບ 2 ເຂັມໄປແລ້ວຈຳນວນ 749 ຄົນ ທັງໝົດນີ້ຍັງບໍ່ເຫັນເຫດການປະຕິປັກ ພາຍຫຼັງການສັກຢາແບບຮຸນແຮງຫຍັງເທື່ອ ມີພຽງແຕ່ຮູ້ສຶກເຈັບບໍລິເວນສັກ ແລະ ອາການປວດຕົນໂຕເລັກນ້ອຍ ເຊິ່ງມັນແມ່ນອາການປົກກະຕິພາຍຫຼັງມີການສັກຢາ ເຊິ່ງທັງໝົດແມ່ນໄດ້ຈັດຕັ້ງປະຕິບັດຢູ່ໃນຂັ້ນສູນກາງ.

ສຳລັບກຸ່ມເປົ້າໝາຍທຳອິດທີ່ຈະໄດ້ຮັບການສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ມີຈຳນວນ 3 ກຸ່ມຄື:
1. ພະນັກງານແພດໝໍ ແລະ ບຸຄະລາກອນອື່ນໆທີ່ເຮັດວຽກຢູ່ໃນໂຮງໝໍ (ພະນັກງານບໍລິການ ພະນັກງານອະນາໄມ) ລວມທັງໂຮງໝໍລັດ ໂຮງໝໍທະຫານ ໂຮງໝໍຕຳຫຼວດ ແລະ ໂຮງໝໍເອກະຊົນ.

2. ບຸຄະລາກອນອື່ນໆທີ່ມີຄວາມສ່ຽງ ທີ່ເຮັດວຽກຢູ່ຕາມດ່ານເຊັ່ນ: ຕຳຫຼວດກວດຄົນເຂົ້າເມືອງ ພະນັກງານ ພາສີ ທະຫານ-ຕຳຫຼວດດ່ານ ພະນັກງານສາຍການບິນ.
3. ບຸຄະລາກອນທີ່ເຮັດວຽກຢູ່ໃນການຂົນສົ່ງຜູ້ສ່ຽງເຂົ້າໃນສະຖານທີ່ກັກກັນ ແລະ ຜູ້ທີ່ເຮັດວຽກຢູ່ສະຖານທີ່ກັກກັນທັງລັດ ແລະ ເອກະຊົນ ລວມທັງຄົນຂັບລົດ ແລະ ພະນັກງານອະນາໄມ.
# ຂ່າວ & ພາບ : ຊິລິການດາ