ມອບອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ບັນດາໂຮງງານຕັດຫຍິບຕ່າງໆຢູ່ລາວ

    ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງສະຫະພັນເຢຍລະມັນ ສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຈັດພິທີມອບເຄື່ອງອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ກັບບັນດາໂຮງງານຕັດຫຍິບຕ່າງໆຢູ່ ສປປ ລາວ ວັນທີ 1 ມີນາ 2021 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໂດຍການມອບຂອງທ່ານນາງ ຄຣິສຕິນາ ຊີແບກ ເອວເວີເຟດ ຫົວໜ້າການຮ່ວມມືເຢຍລະມັນປະຈໍາລາວ ແລະ ຕາງໜ້າຮັບຂອງບັນດາໂຮງງານຕ່າງໆໃນນະຄອນຫຼວງວຽງຈັນ ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ແລະ ທ່ານ ນາງ ຄໍາພອນ ພາວຄໍາແກ້ວ ຜູ້ຕາງໜ້າອົງການແຮງງານສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ໄຊບັນດິດ ຣາຊະພົນ ໄດ້ມີຄໍາເຫັນຕໍ່ພິທີຄັ້ງນີ້ວ່າ: ການຊ່ວຍເຫຼືອດັ່ງກ່າວ ມີມູນຄ່າທັງໝົດ 147.400 ໂດລາສະຫະລັດ ຫຼືປະມານ 1,37 ຕື້ກີບ ໂດຍຈະໄດ້ຈັດຕັ້ງປະຕິບັດ 4 ກິດຈະກໍາໃຫຍ່ຄື: ຊື້ອຸປະກອນປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ກັບ 50 ໂຮງງານຕັດຫຍິບ ຊື້ອຸປະກອນສໍາລັບຜູ້ອອກແຮງງານທີ່ຈະມາກັກກັນໂຕ 14 ວັນກ່ອນບັນຈຸເຂົ້າເຮັດວຽກ ໃຫ້ການອຸດໝູນ ຂະຫຍາຍເຊົ່າຫໍພັກແຮງງານເພີ່ມເປັນໄລຍະເວລາ 3 ເດືອນ ເພື່ອເປັນການຮັກສາໄລຍະຫ່າງ ຫຼຸດຜ່ອນຄວາມແອອັດໃນຫໍພັກ ແລະ ຈັດເຝິກອົບຮົມໃຫ້ຄະນະ OSH ເຊິ່ງການຈັດສັນງົບປະມານ ແບ່ງອອກເປັນ 4 ງວດ ໃນນີ້ ງວດທີ 1 ມູນຄ່າ 44.220 ໂດລາສະຫະລັດ ປະມານ 413,2 ລ້ານກີບ ໄດ້ຈັດຊື້ອຸປະກອນປ້ອງກັນໂຄວິດ-19 ປະກອບມີ ຜ້າອັດປາກ-ອັດດັງ ເຈວລ້າງມື ເຄື່ອງວັດແທກອຸນຫະພູມ ໄຮເຕີ ສະບູ ແລະ ອຸປະກອນຈໍາເປັນອື່ນໆທີ່ຊ່ວຍເຮັດຄວາມສະອາດ ໂດຍທັງໝົດນີ້ ຈະໄດ້ແຈກຢາຍໃຫ້ກັບ 16 ໂຮງງານ ສ່ວນທີ່ເຫຼືອແມ່ນຈະແຈກຢາຍໃນຊຸດຕໍ່ໄປ ພ້ອມນັ້ນ ຍັງໄດ້ຈັດເຝິກອົບຮົມການປ້ອງກັນພະຍາດໂຄວິດ-19 ໃຫ້ຫົວໜ້າຫໍພັກ ແລະ ພະນັກງານຝ່າຍບໍລິຫານຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!