ທ່ານ ຄຳພູທອນ ສຸສະດີ ຊາວສວນບ້ານທ່າດອກຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອມໍ່ໆມານີ້ວ່າ: ການຖືອາຊີບຊາວສວນ ເປັນອີກອາຊີບໜຶ່ງທີ່ສາມາດສ້າງລາຍຮັບໃຫ້ຄອບຄົວຢ່າງໝັ້ນຄົງ ສຳລັບຕົນເອງ ກ່ອນໜ້ານີ້ແມ່ນເຮັດວຽກກັບບໍລິສັດເອກະຊົນແຫ່ງໜຶ່ງເປັນໄລຍະເວລາ 5 ປີ ຫຼັງຈາກນັ້ນ ກໍໄດ້ລາອອກຈາກບໍລິສັດດັ່ງກ່າວ ແລ້ວຫັນມາເຮັດສວນປູກພືດຜັກເປັນສິນຄ້າ.

ເນື່ອງຈາກວ່າຄອບຄົວມີເນື້ອທີ່ດິນເອື້ອອຳນວຍໃນການຜະລິດກະສິກຳ ໂດຍສະເພາະແມ່ນປູກຝັງ ສະນັ້ນ ຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມຄິດຢາກຫັນມາເຮັດສວນປູກພືດຜັກເປັນສິນຄ້າ ໂດຍເລີ່ມແຕ່ຕົ້ນປີ 2020 ໃນເນື້ອທີ່ 3 ກວ່າໄລ່ ເບື້ອງຕົ້ນແມ່ນຜັກຫອມບົ່ວ ຫອມປ້ອມ ແຕ່ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ເພາະວ່າຕົນເອງບໍ່ມີປະສົບການມາກ່ອນ ການຕະຫຼາດກະຍັງບໍ່ກວ້າງຂວາງພໍປານໃດ ຫຼັງຈາກນັ້ນ ຈຶ່ງໄດ້ຫັນມາປູກຫອມເປ ມາຮອດເດືອນກໍລະກົດແມ່ນໄດ້ເກັບຜົນຜະລິດ ຫອມເປເປັນຜັກຊະນິດໜຶ່ງທີ່ບົວລະບັດຮັກສາງ່າຍ ປູກໄດ້ທຸກລະດູການ ແລະ ລາຄາກໍຈະບໍ່ຕໍ່າຫຼາຍຄືຜັກຊະນິດອື່ນໆ ໄລຍະໃດຜັກໄດ້ລາຄາແດ່ ຂາຍໄດ້ໝື່ນລະ 150.000 ກີບ ໄລຍະໃດຜັກລົງລາຄາ ໄດ້ໝື່ນລະ 50.000-100.000 ກີບ ອີງຕາມລາຄາຂອງຕະຫຼາດ.

ຜ່ານການປູກມາໄດ້ໄລຍະໜຶ່ງ ເຫັນວ່າການປູກຫອມເປແມ່ນໄດ້ດີພໍສົມຄວນ ເພາະວ່າປູກໄດ້ທຸກລະດູ ໂດຍສະເພາະແມ່ນລະດູຝົນ ຫອມເປຈະປູກງ່າຍ ງາມ ແລະ ໄດ້ລາຄາດີ ສະເລ່ຍເດືອນໜຶ່ງສາມາດເກັບຜັກຂາຍໄດ້ 200 ກວ່າໝື່ນ ສ້າງລາຍຮັບໄດ້ 10 ລ້ານກວ່າກີບ ສຳລັບການປູກຜັກຂອງຄອບຄົວຂ້າພະເຈົ້າ ແມ່ນປູກໃນເຮືອນຮົ່ມແບບກະສິກຳອິນຊີ ໂດຍບໍ່ນຳໃຊ້ຝຸ່ນເຄມີ ພາຍຫຼັງທີ່ຫັນມາເຮັດສວນ ໄດ້ເຮັດໃຫ້ມີເວລາເບິ່ງແຍງຄອບຄົວຫຼາຍຂຶ້ນ ລາຍຮັບເຖິງວ່າຈະບໍ່ໄດ້ຫຼາຍ ແລະ ບໍ່ຄົງທີ່ ແຕ່ກໍໄດ້ປົກກະຕິ ພໍໃຊ້ຈ່າຍໃນຄອບຄົວ ເຮັດໃຫ້ຄອບຄົວມີການພັດທະນາຂຶ້ນເລື້ອຍໆ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ