ມະນຸດເຮົາໄດ້ຊົມໃຊ້ຊັບພະຍາກອນທໍາມະຊາດຫຼາຍເກີນຂີດຄວາມສາມາດທີ່ທໍາມະຊາດຈະສະໜອງໃຫ້ໄດ້ ໂດຍສະເພາະສັດນໍ້າ ແລະ ສັດປ່າຫຼາຍຊະນິດທີ່ສຳຄັນ ແລະ ຫາຍາກ ໄດ້ຖືກໄພຂົ່ມຂູ່ດ້ວຍຮູບການລ່າ ການຄ້າແບບຜິດກົດໝາຍ ເຮັດໃຫ້ປະຊາກອນສັດປ່າຫຼາຍຊະນິດຫຼຸດລົງ ກະທົບໃສ່ລະບົບນິເວດ ເຮັດໃຫ້ດິນຟ້າອາກາດມີການປ່ຽນແປງ.

ເພື່ອແກ້ໄຂບັນຫາດັ່ງກ່າວ ປະຊາຄົມໂລກໄດ້ມີຄວາມພະຍາຍາມສູງ ໃນການປຶກສາຫາລື ລະດົມຄວາມຄິດເຫັນ ແລະ ຮ່ວມມືກັນຢ່າງຈິງຈັງ ໃນການກຳນົດວິໄສທັດຮ່ວມກັນ ກ່ຽວກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ສັດນໍ້າ ແລະ ສັດປ່າ ໂດຍສະເພາະ ໃນກອງປະຊຸມຂອງບັນດາປະເທດພາຄີຂອງສົນທິສັນຍາສາກົນ CITES ຄັ້ງທີ 16 (COP 16) ຈັດຂຶ້ນຢູ່ທີ່ບາງກອກ ລາຊະອານາຈັກໄທ ໃນເດືອນມີນາ 2013 ໄດ້ເປັນເອກະພາບກັນຮັບຮອງ ແລະ ກຳນົດເອົາວັນທີ 3 ມີນາ ຂອງທຸກໆປີ ເປັນວັນສັດປ່າໂລກ (World Wildlife Day).


ຜ່ານມາ ລັດຖະບານໄດ້ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ປົກປັກຮັກສາສັດນໍ້າ ແລະ ສັດປ່າ ໂດຍໄດ້ຜັນຂະຫຍາຍອອກເປັນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ພ້ອມທັງໄດ້ເຂົ້າເປັນສະມາຊີກຂອງສົນທິສັນຍາສາກົນ CITES ແລະ ໄດ້ອອກຄຳສັ່ງ ເລກທີ 05/ນຍ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ກວດກາສັດປ່າ ແລະ ພືດປ່າປະເພດຫວງຫ້າມ ແລະ ປັດຈຸບັນ ແມ່ນກໍາລັງຂຸ້ນຂຽວສ້າງດຳລັດວ່າດ້ວຍການຄ້າຂາຍຊະນິດພັນສັດນໍ້າ ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ CITES ຂອງ ສປປ ລາວ ຈະໃຫ້ສຳເລັດໃນທ້າຍປີ 2021.

ເນື່ອງໃນໂອກາດວັນສັດປ່າໂລກ ໄດ້ໝູນວຽນມາຄົບຮອບ 8 ປີນີ້ (3 ມີນາ 2013 ຫາ 3 ມີນາ 2021 ) ແຕ່ອີງໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ບໍ່ສາມາດຈັດງານສະເຫຼີມສະຫຼອງວັນດັ່ງກ່າວໄດ້ ແຕ່ເພື່ອເປັນການສະແດງເຖິງຄວາມເອົາໃຈໃສ່ຕໍ່ວຽກງານອະນຸຮັກສັດປ່າ ລັດຖະບານ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນສັດປ່າໂລກ ວັນທີ 3 ມີນາ 2021 ດ້ວຍຮູບການອອກແຈ້ງການເຖິງບັນດາພະແນກກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຜີຍແຜ່ ເຊື່ອມຊຶມບັນດາບົດໝາຍ ລະບຽບການກ່ຽວກັບວຽກງານອະນຸຮັກສັດນ້ຳ ແລະ ສັດປ່າ ໃຫ້ເຫັນໄດ້ຄວາມສຳຄັນຂອງສັດປ່າ ຕິດພັນກັບການສະເຫຼີມສະຫຼອງວັນສັດປ່າໂລກ ແລະ ໄດ້ອອກຂ່າວ ໂຄສະນາທາງສື່ຕ່າງໆ ລວມທັງຕິດປ້າຍໂຄສະນາ 8 ຈຸດທົ່ວນະຄອນຫຼວງວຽງຈັນ ເນື້ອໃນປ້າຍຄຳຂວັນປຸກລະດົມຂົນຂວາຍ ແລະ ປູກຈິດສຳນຶກໃຫ້ແກ່ພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະນັກຮຽນ ນັກສຶກສາ ນ້ອງນ້ອຍເຍົາວະຊົນໄດ້ຮັບຮູ້ ເຂົ້າໃຈ ແລະ ມີສ່ວນຮ່ວມເປັນເຈົ້າການໃນການປົກປັກຮັກສາ ອະນຸຮັກສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນໃຫ້ຢູ່ຄູ່ກັບ ສປປ ລາວ ກໍຄືໂລກຂອງພວກເຮົາຕະຫຼອດໄປ.

# ຂ່າວ & ພາບ : ຂັນທະວີ