ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງ ປະທານ ກິມ ອິນ ຊຸງ ໃນການກໍ່ສ້າງປະເທດຊາດ

(ເນື່ອງ​ໃນ​ໂອ­ກາດ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະ­ທານ ກິມ ອິນ ຊຸງ​ທີ່​ຍິ່ງ​ໃຫຍ່ ຄົບ­ຮອບ 108 ປີ 15/4/1912 – 15/4/2020)

    ໃນ​ວັນ​ທີ 15 ເມ­ສາ​ຂອງ​ທຸກໆ​ປີ, ປະ­ຊາ­ຊົນ​ເກົາ­ຫຼີ​ຈະ​ສະ­ເຫຼີມ­ສະ­ຫຼອງ​ວັນ​ແຫ່ງ​ດວງ​ອາ­ທິດ ເຊິ່ງ​ເປັນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ­ທານ ກິມ ອິນ ຊຸງ.

    ສາ­ທາ­ລະ­ນະ​ລັດ ປະ­ຊາ­ຊົນ ປະ­ຊາ­ທິ­ປະ­ໄຕ​ເກົາ­ຫຼີ ໄດ້​ຖື​ວ່າ​ທ່ານ​ປະ­ທານ ກິມ ອິນ ຊຸງ ເປັນ​ປະ­ທານ​ປະ­ເທດ​ຕະ­ຫຼອດ​ກາ­ລະ​ນານ ຍ້ອນ​ຄຸນ­ງາມ­ຄວາມ­ດີ​ຂອງ​ເພິ່ນ ໃນ​ການ​ອຸ­ທິດ​ອັນ​ຍິ່ງ​ໃຫຍ່ ໃຫ້​ແກ່​ການ​ກໍ່­ສ້າງ​ປະ­ເທດ​ຊາດ ເພິ່ນ​ໄດ້​ວາງ​ແນວ­ທາງ​ອັນ​ໝັ້ນ­ຄົງ ໃຫ້​ແກ່​ການ​ສ້າງ­ສາ​ປະ­ເທດ​ຊາດ ດ້ວຍ​ການ​ວາງ​ແນວ​ຄິດ​ຈຸດ​ເຊ ແລະ ທິດ​ສະ​ດີ​ແຫ່ງ​ການ​ສ້າງ­ສາ​ປະ­ເທດ​ຊາດ ຢ່າງ​ເປັນ​ເອ­ກະ­ລັກ.

    ເພິ່ນ​ໄດ້​ພັດ­ທະ­ນາ​ແນວ​ຄິດ ແລະ ທິດ​ສະ​ດີ ໂດຍ​ຖື​ເອົາ​ປະ­ຊາ­ຊົນ​ຜູ້​ອອກ­ແຮງ​ງານ​ເປັນ­ໃຈ ກາງ​ບົນ​ພື້ນ­ຖານ​ແຫ່ງ​ແນວ​ຄິດ​ຈຸດ​ເຊ ເຊິ່ງ​ມີ​ເນື້ອ​ໃນ​ວ່າ​ປວງ​ຊົນ​ແມ່ນ​ສຳ­ຄັນ​ກວ່າ​ສິ່ງ​ອື່ນ​ໃດ ແລະ ເປັນ​ກຳ­ລັງ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ­ຕິ­ວັດ ແລະ ການ​ກໍ່­ສ້າງ​ປະ­ເທດ​ຊາດ, ເພິ່ນ​ໄດ້​ວາງ​ແນວ​ຄິດ​ທີ່​ຖື​ເອົາ​ການ​ສ້າງ​ປະ­ເທດ​ຢ່າງ​ເປັນ​ເອ­ກະ­ລາດ ໂດຍ​ມີ​ປະ­ຊາ­ຊົນ​ເປັນ­ໃຈ​ກາງ ເຊິ່ງ​ປະ­ຊາ­ຊົນ​ມີ​ຄວາມ​ເຂົ້າ­ໃຈ​ແຈ້ງ ຕໍ່​ຄວາມ​ເປັນ​ເອ­ກະ­ລາດ ແລະ ເລືອກ​ເອົາ​ເສັ້ນ­ທາງ​ເດີນ​ພ້ອມ​ດ້ວຍ​ພາ­ລະ­ກິດ​ອັນ​ໝັ້ນ­ຄົງ​ຂອງ​ຕົນ ໃນ​ການ​ກໍ່­ສ້າງ​ປະ­ເທດ​ຊາດ ເຊິ່ງ​ໄດ້​ຕີ​ຄວາມ​ໝາຍ​ທຸກ​ບັນ­ຫາ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶດ­ຕິ​ກຳ​ທີ່​ເກີດ​ຂຶ້ນ ໃນ​ການ​ກໍ່­ສ້າງ​ປະ­ເທດ​ຊາດ ແລະ ບັນ­ດາ​ກິດ­ຈະ­ກຳ​ນັບ​ຕັ້ງ­ແຕ່​ຄວາມ​ຈຳ­ເປັນ ແລະ ພາ­ລະ​ໜ້າ­ທີ່​ຂອງ​ອຳ­ນາດ​ລັດ ແລະ ບັນ­ດາ​ຫຼັກ​ມູນ​ພື້ນ­ຖານ ໃນ​ການ​ກໍ່­ສ້າງ​ລັດ​ສັງ­ຄົມ​ນິ­ຍົມ ຕໍ່​ບັນ­ດາ​ໜ້າ­ທີ່ ແລະ ພາ­ລະ​ບົດ­ບາດ​ຂອງ​ບັນ­ດາ​ອົງ​ກອນ​ອຳ­ນາດ, ຮູບ​ແບບ​ຂອງ​ກິດ­ຈະ­ກຳ, ລະ­ບົບ ແລະ ວິ­ທີ​ການ​ໃນ​ການ​ເຮັດ​ວຽກ.

    ປະ­ຊາ­ຊົນ​ເປັນ​ຜູ້​ດຳ­ເນີນ​ການ​ແກ້​ໄຂ​ຢ່າງ​ວິ­ທະ­ຍາ­ສາດ ແລະ ເລິກ­ເຊິ່ງ​ຕໍ່​ທຸກ​ບັນ­ຫາ, ລັດ​ທີ່​ຈະ​ຖືກ​ສ້າງ​ຂຶ້ນ, ວິ­ທີ​ສ້າງ ແລະ ພັດ­ທະ­ນາ ແມ່ນ​ເປັນ​ສິ່ງ​ທີ່​ນຳ​ເອົາ​ຜົນ​ດີ​ມາ­ສູ່​ປະ­ຊາ­ຊົນ.

    ເພິ່ນ​ໄດ້​ສ້າງ­ຕັ້ງ​ລັດ­ຖະ­ບານ​ໃໝ່​ຂອງ​ຊົນ​ຊັ້ນ​ຜູ້​ອອກ­ແຮງ​ງານ, ລັດ­ຖະ­ບານ​ຂອງ​ປະ­ຊາ­ຊົນ ແລະ ໄດ້​ພັດ­ທະ­ນາ​ໃຫ້​ກາຍ­ເປັນ​ອາ­ວຸດ​ອັນ​ມີ​ພະ­ລັງ ເພື່ອ​ດຳ­ເນີນ​ການ​ສ້າງ​ລັດ­ທິ​ສັງ­ຄົມ​ນິ­ຍົມ.

    ຖ້າ​ບໍ່​ມີ​ຄວາມ​ເອົາ­ໃຈ­ໃສ່​ຕໍ່​ຫຼັກ​ທິດ​ສະ​ດີ​ທີ່​ສ້າງ​ຂຶ້ນ ແລະ ຖອດ​ຖອນ​ບົດ­ຮຽນ​ຈາກ​ປະ­ເທດ​ອື່ນ, ຈາກ​ຈຸດ​ຢືນ​ແຫ່ງ​ຄວາມ​ເປັນ​ເອ­ກະ­ລາດ, ເພິ່ນ​ໄດ້​ວາງ​ແນວ­ທາງ​ການ​ກໍ່­ສ້າງ​ລັດ­ຖະ­ບານ​ຂອງ​ປະ­ຊາ­ຊົນ ເປັນ​ລັດ­ຖະ­ບານ​ທີ່​ຊະ­ນະ​ເລີດ ແລະ ເຂົ້າ­ໃຈ​ສິດ­ຜົນ­ປະ­ໂຫຍດ​ທີ່­ແທ້​ຈິງ​ຂອງ​ປະ­ຊາ­ຊົນ​ທຸກ​ຊັ້ນ​ຄົນ ລວມ​ທັງ​ຊາວ​ກຳ­ມະ­ກອນ, ກະ­ສິ­ກອນ ແລະ ຊັ້ນ​ຄົນ​ປັນ­ຍາ​ຊົນ.

    ສິ່ງ​ສຳ­ຄັນ​ໃນ​ການ​ນຳ­ພາ​ຂອງ​ເພີ່ນ​ກໍ​ຄື ລັດ­ຖະ­ບານ​ຂອງ​ປະ­ຊາ­ຊົນ ແມ່ນ​ລັດ­ຖະ­ບານ​ປະ­ຕິ­ວັດ​ຂອງ​ປະ­ຊາ­ຊົນ ທີ່​ສືບ​ທອດ​ມາ​ຈາກ​ລັດ­ຖະ­ບານ ທີ່​ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ຖານ​ທີ່​ໝັ້ນ​ສົງ­ຄາມ​ກອງ​ຫຼອນ ໃນ​ສະ­ໄໝ​ຕໍ່­ສູ້​ຕ້ານ​ພວກ​ຈັກ­ກະ­ພັດ ເພື່ອ​ປົດ​ປ່ອຍ​ເກົາ­ຫຼີ ຈາກ​ການ​ຍຶດ​ຄອງ​ຂອງ​ຈັກ­ກະ­ພັດ.

    ບົນ​ພື້ນ­ຖານ​ເຫງົ້າ​ພະ­ລັງ​ທາງ​ປະ­ຫວັດ­ສາດ, ເພິ່ນ​ໄດ້​ວາງ​ແນວ­ທາງ​ການ​ກໍ່­ສ້າງ​ປະ­ເທດ​ຊາດ ໂດຍ​ສອດ­ຄ່ອງ​ກັບ​ສະ­ພາບ​ການ​ຕົວ​ຈິງ​ຂອງ​ປະ­ເທດ ແລະ ສ້າງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ​ຢູ່​ພາກ​ເໜືອ​ເກົາ­ຫຼີ ໃນ​ປີ 1946 ພາຍ­ຫຼັງ​ການ​ປົດ​ປ່ອຍ​ເກົາ­ຫຼີ. ພະ­ລັງ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ໄດ້​ສະ­ແດງ​ຄວາມ​ຕັດ­ສິນ​ໃຈ​ທີ່​ກ້າ­ແກ່ນ ເພື່ອ​ຕໍ່­ສູ້​ຕ້ານ​ພວກ​ຈັກ­ກະ­ພັດ, ດຳ­ເນີນ​ການ​ປະ­ຕິ­ວັດ​ປະ­ຊາ­ທິ­ປະ­ໄຕ​ຕ້ານ​ລັດ­ທິ​ສັກ­ດິ­ນາ ໃນ​ເດືອນ​ກຸມ­ພາ​ປີ 1947, ເພິ່ນ​ໄດ້​ພັດ­ທະ­ນາ​ຈາກ​ຂະ​ບວນ​ການ​ຂອງ​ປະ­ຊາ­ຊົນ ມາ​ເປັນ​ຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ​ແຫ່ງ​ເກົາ­ຫຼີ​ເໜືອ ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ໜ້າ­ທີ່​ການ­ເມືອງ ເພື່ອ​ດຳ­ເນີນ​ການ​ປະ­ຕິ­ວັດ​ສັງ­ຄົມ​ນິ­ຍົມ.

    ບົນ​ພື້ນ­ຖານ​ຂອງ​ພະ­ລັງ​ປະ­ຊາ­ຊົນ​ດັ່ງ­ກ່າວ ເພີ່ນ​ໄດ້​ສ້າງ­ຕັ້ງ​ສາ­ທາ­ລະ­ນະ​ລັດ​ປະ­ຊາ­ຊົນ​ປະ­ຊາ­ທິ­ປະ­ໄຕ​ເກົາ­ຫຼີ ເຊິ່ງ​ເປັນ​ລັດ​ຂອງ​ປະ­ຊາ­ຊົນ​ລັດ​ທຳ​ອິດ ໃນ​ປະ­ຫວັດ­ສາດ​ອັນ​ຍາວ​ນານ​ກວ່າ 5.000 ປີ​ຂອງ​ເກົາ­ຫຼີ ໃນ​ວັນ​ທີ 9 ກັນ­ຍາ 1948.

    ໃນ​ສະ­ໄໝ​ສົງ­ຄາມ​ເກົາ­ຫຼີ ທີ່​ກໍ່​ຂຶ້ນ​ໂດຍ​ຈັກ­ກະ­ພັດ​ຕ່າງ​ດ້າວ ເພື່ອ​ຫວັງ​ກືນ​ກິນ ສປປ ເກົາ­ຫຼີ ຕັ້ງ­ແຕ່​ຍັງ​ຢູ່​ໃນ​ອູ່, ເພິ່ນ​ໄດ້​ເສີມ​ຂະ­ຫຍາຍ​ລະ­ບົບ​ການ​ນຳ­ພາ​ພະ­ລັງ​ອຳ­ນາດ​ຂອງ​ປະ­ຊາ­ຊົນ ທີ່​ສອດ­ຄ່ອງ​ກັບ​ເງື່ອນ­ໄຂ​ຂອງ​ສະ­ໄໝ​ສົງ­ຄາມ ແລະ ສົ່ງ­ເສີມ​ພາ­ລະ​ບົດ­ບາດ​ຂອງ​ຜູ້​ຈັດ​ຕັ້ງ​ນຳ­ພາ​ພະ­ລັງ​ດັ່ງ­ກ່າວ ໃຫ້​ເປັນ​ກຳ­ລັງ​ປະ­ກອບ­ສ່ວນ​ອັນ​ໃຫຍ່​ຫຼວງ ເພື່ອ​ຕີ​ເອົາ​ຊະ­ນະ​ສົງ­ຄາມ.

    ພາຍ­ຫຼັງ​ໄດ້​ຮັບ​ໄຊ­ຊະ­ນະ​ໃນ​ສົງ­ຄາມ​ຄັ້ງ​ນັ້ນ, ເພິ່ນ​ເຫັນ​ວ່າ ພະ­ລັງ​ອຳ­ນາດ​ຂອງ​ປະ­ຊາ­ຊົນ ໄດ້​ກາຍ­ເປັນ​ປຶກ​ແຜ່ນ​ແໜ້ນ­ໜາ, ເພີ່ນ​ໄດ້​ສືບ­ຕໍ່​ນຳ­ພາ​ເສີມ​ຂະ­ຫຍາຍ​ພາ­ລະ​ບົດ­ບາດ​ໜ້າ­ທີ່​ຂອງ​ພະ­ລັງ​ປະ­ຊາ­ຊົນ ໃຫ້​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ການ​ປະ­ຕິ­ວັດ ແລະ ກໍ່­ສ້າງ​ສັງ­ຄົມ​ນິ­ຍົມ.

    ເພິ່ນ​ໄດ້​ໃຫ້​ຄຳ​ນິ​ຍາມ​ວ່າ ລັດ­ຖະ­ບານ​ຂອງ​ປະ­ຊາ­ຊົນ ເປັນ​ຕົວ​ແທນ​ສິດ ແລະ ຄວາມ​ເປັນ​ເອ­ກະ­ລາດ​ຂອງ​ທົ່ວ​ປວງ​ຊົນ, ເປັນ​ຜູ້​ຈັດ​ຕັ້ງ​ການ­ເຄື່ອນ­ໄຫວ​ທີ່​ສ້າງ­ສັນ ແລະ ພິ​ທັກ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ ເພື່ອ​ການ​ມີ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ດີ ທັງ​ຮັບ­ປະ­ກັນ​ໃຫ້​ລະ­ບົບ​ໃໝ່​ຂອງ​ອົງ​ກອນ​ອຳ­ນາດ​ລັດ ທີ່​ສ້າງ­ຕັ້ງ​ຂຶ້ນ​ດຳ­ເນີນ​ການ​ສ້າງ­ສາ​ພັດ­ທະ­ນາ​ສັງ­ຄົມ​ນິ­ຍົມ ຢ່າງ​ເປັນ​ຮູບ​ເປັນ​ຮ່າງ.

    ເພິ່ນ​ໄດ້​ຫັນ­ປ່ຽນ ສປປ ເກົາ­ຫຼີ ໃຫ້​ກາຍ­ເປັນ​ພະ­ລັງ​ອຳ­ນາດ​ສັງ­ຄົມ​ນິ­ຍົມ ທີ່​ບໍ່​ມີ​ສັດ­ຕູ​ໂຕ​ໃດ​ສາ­ມາດ​ເອົາ​ຊະ­ນະ​ໄດ້ ຍ້ອນ​ວ່າ​ມີ​ຮາກ​ຖານ​ທາງ​ການ­ເມືອງ, ເສດ­ຖະ­ກິດ ແລະ ການ​ທະ­ຫານ​ທີ່​ເຂັ້ມ­ແຂງ.

    ແນວ​ຄິດ​ຈຸດ​ເຊ ແມ່ນ​ແນວ​ຄິດ​ແຫ່ງ​ການ​ນຳ­ພາ ສປປ ເກົາ­ຫຼີ, ເພິ່ນ​ໄດ້​ຮັບ­ປະ­ກັນ​ຄວາມ​ເປັນ​ເອ­ກະ​ພາບ​ທາງ​ດ້ານ​ການ­ເມືອງ ແນວ​ຄິດ ແລະ ການ​ຍຶດ​ໝັ້ນ​ໃນ​ສິດ­ຜົນ­ປະ­ໂຫຍດ​ຂອງ​ຊາວ​ຜູ້​ອອກ­ແຮງ​ງານ​ແມ່ນ​ຄວາມ​ແຂງ​ແກ່ນ, ບົນ​ພື້ນ­ຖານ​ແນວ​ຄິດ​ດັ່ງ­ກ່າວ ມັນ​ໄດ້​ວາງ​ຮາກ​ຖານ​ທາງ​ການ­ເມືອງ ແລະ ສັງ­ຄົມ​ທີ່​ເປັນ​ເອ­ກະ​ພາບ ຢູ່​ອ້ອມ​ຂ້າງ​ພັກ​ແຮງ​ງານ​ເກົາ­ຫຼີ ແລະ ລັດ­ຖະ­ບານ​ແຫ່ງ ສປປ ເກົາ­ຫຼີ. ເພິ່ນ​ໄດ້​ອຸ­ທິດ​ທຸກ​ສະ­ຕິ​ປັນ­ຍາ ເຫື່ອ­ແຮງ ແລະ ກຳ­ລັງ ເພື່ອ​ວາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ ເຊັ່ນ​ວ່າ ການ​ປິ່ນ­ປົວ​ພະ­ຍາດ​ໂດຍ​ບໍ່​ເສຍ​ຄ່າ, ການ​ສຶກ​ສາ​ບໍ່​ເສຍ​ຄ່າ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ເພື່ອ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ.

    ນີ້​ແມ່ນ​ໝາກ­ຜົນ​ແຫ່ງ​ຄວາມ​ເປັນ​ປຶກ​ແຜ່ນ​ທີ່​ໝັ້ນ­ຄົງ ລະ­ຫວ່າງ​ການ​ນຳ​ຂອງ​ພັກ ແລະ ປະ­ຊາ­ຊົນ​ທີ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ສ້າງ​ໃຫ້​ທົ່ວ​ທັງ​ສັງ­ຄົມ​ມີ​ພະ­ລັງ​ອຳ­ນາດ​ເໜືອກ​ວ່າ​ລະ­ເບີດ​ປະ­ລະ­ມາ­ນູ.

    ບົນ​ເສັ້ນ­ທາງ​ເດີນ​ໄປ​ສູ່​ຈຸດ­ໝາຍ​ປາຍ­ທາງ​ຂອງ​ປະ­ເທດ​ຊາດ ເພິ່ນ​ໄດ້​ເອົາ­ໃຈ­ໃສ່​ເພີ່ມ​ທະ­ວີ​ຄວາມ​ອາດ​ສາ­ມາດ ໃນ​ການ​ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ, ເພິ່ນ​ໄດ້​ທຸ່ມ​ເທ​ຄວາມ​ພະ­ຍາ­ຍາມ​ອັນ​ໃຫຍ່​ຫຼວງ ເພື່ອ​ການ​ກໍ່­ສ້າງ​ກອງ­ທັບ ແລະ ອຸດ­ສາ­ຫະ­ກຳ​ປ້ອງ​ກັນ​ຊາດ.

    ປັດ­ຈຸ­ບັນ​ນີ້, ກອງ­ທັບ​ປະ­ຊາ­ຊົນ​ເກົາ­ຫຼີ ມີ​ຄວາມ​ກຽມ­ພ້ອມ​ຢ່າງ​ຄົບ​ຖ້ວນ​ທັງ​ທາງ​ດ້ານ​ການ­ເມືອງ, ການ​ທະ­ຫານ, ເຕັກ­ນິກ ແລະ ການ​ປະ­ກອບ​ອາ­ວຸດ​ຍຸດ​ໂທ​ປະ­ກອນ ເພື່ອ​ຕ້ານ​ກັບ​ການ​ຮຸກ​ຮານ​ຂອງ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ.

    ອັນ​ນີ້​ແມ່ນ​ໝາກ­ຜົນ​ແຫ່ງ​ຄວາມ​ພະ­ຍາ­ຍາມ​ອັນ​ບໍ່​ຮູ້​ອິດ­ເມື່ອຍ​ຂອງ​ເພິ່ນ ໃນ​ການ​ນຳ­ພາ​ກໍ່­ສ້າງ​ຄວາມ​ສາ­ມາດ​ຂອງ​ກຳ­ລັງ​ປ້ອງ​ກັນ​ຊາດ ບົນ​ພື້ນ­ຖານ​ແຫ່ງ​ການ​ໝຸນ​ໃຊ້​ນະ­ໂຍ­ບາຍ​ເຊີນ​ກຸນ ເຂົ້າ​ໃນ​ການ​ນຳ­ພາ​ການ​ປະ­ຕິ­ວັດ.

    ເພິ່ນ​ໄດ້​ນຳ­ພາ​ສ້າງ ສປປ ເກົາ­ຫຼີ ໃຫ້​ມີ​ຄວາມ​ອຸ­ດົມ​ຮັ່ງ­ມີ​ທາງ​ເສດ­ຖະ­ກິດ, ມີ​ຄວາມ​ເຂັ້ມ­ແຂງ​ທາງ​ດ້ານ​ການ​ປ້ອງ​ກັນ​ຊາດ, ຍຶດ​ໝັ້ນ​ໃນ​ແນວ­ທາງ​ເປັນ​ເອ­ກະ­ລາດ​ທາງ​ການ­ເມືອງ, ສາ­ມາດ​ເພິ່ງ​ຕົນ​ເອງ​ໃນ​ການ​ປ້ອງ​ກັນ​ຊາດ, ຮັບ­ປະ­ກັນ​ທາງ​ດ້ານ​ວັດ­ຖຸ ແລະ ເຕັກ​ໂນ​ໂລ​ຊີ ເພື່ອ​ການ​ສ້າງ­ສາ​ປະ­ເທດ​ຊາດ ກ້າວ​ໄປ​ສູ່​ຄວາມ​ວັດ­ທະ­ນາ​ຖາ­ວອນ.

    ຍ້ອນ​ມີ​ສະ­ຫາຍ ກິມ ເຈິງ ອຸນ, ຜູ້​ສືບ​ທອດ​ທີ່​ຍິ່ງ​ໃຫຍ່​ຂອງ​ພາ­ລະ­ກິດ​ການ​ປະ­ຕິ­ວັດ, ມູນ​ມໍ­ລະ­ດົກ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ສະ­ຫາຍ ກິມ ອິນ ຊຸງ ແລະ ສະ­ຫາຍ ກິມ ເຈິງ ອິນ ຈະ​ໄດ້​ຮັບ​ການ​ສືບ​ທອດ ແລະ ເພິ່ມ​ພູນ​ຄຸນ​ສ້າງ​ຕະ­ຫຼອດ​ໄປ.

    ໂດຍ​ສະ­ຫາຍ ກິມ ເຈິງ ອຸນ, ປະ­ທານ​ພັກ​ແຮງ​ງານ​ເກົາ­ຫຼີ, ປະ­ທານ​ຄະ­ນະ​ກຳ​ມະ​ທິ​ການ​ກິດ­ຈະ­ການ​ແຫ່ງ​ລັດ ສປປ ເກົາ­ຫຼີ, ປັດ­ຈຸ­ບັນ​ນີ້, ປະ­ເທດ​ພວກ​ເຮົາ​ໄດ້​ກາຍ­ເປັນ​ປະ­ເທດ​ທີ່​ບໍ່​ມີ​ສັດ­ຕູ​ໂຕ​ໃດ​ສາ­ມາດ​ເອົາ​ຊະ­ນະ ແລະ ບໍ່​ມີ​ຈັກ­ກະ­ພັດ​ໂຕ​ໃດ​ສາ­ມາດ​ຮຸກ​ຮານ.

    ມາ​ຮອດ​ປັດ­ຈຸ­ບັນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ­ພາ​ອັນ​ສະ­ຫຼາດ​ສ່ອງ​ໃສ​ຂອງ​ສະ­ຫາຍ ກິມ ເຈິງ ອຸນ, ປະ­ທານ​ພັກ​ແຮງ​ງານ​ເກົາ­ຫຼີ, ປະ­ທານ​ຄະ­ນະ​ກຳ​ມະ​ທິ​ການ​ກິດ­ຈະ­ການ​ແຫ່ງ​ລັດ ສປປ ເກົາ­ຫຼີ, ປະ­ຊາ­ຊົນ​ທຸກ​ຖ້ວນ​ໜ້າ​ຂອງ ສປປ ເກົາ­ຫຼີ ໄດ້​ເຊື່ອ​ໝັ້ນ​ຕໍ່​ໄຊ­ຊະ­ນະ ແລະ ບຸກ​ບືນ​ຕໍ່­ສູ້​ເຂົ້າ​ໃນ​ຂະ​ບວນ​ການ​ກ້າວ­ໜ້າ ເພື່ອ​ສ້າງ​ປະ­ເທດ​ສັງ­ຄົມ​ນິ­ຍົມ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ຈະ​ເລີ່ນ​ຮຸ່ງ­ເຮືອງ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຕໍ່​ໄຊ­ຊະ­ນະ.

    ເນື່ອງ​ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພິ່ນ, ພວກ​ເຮົາ​ຊາວ​ເກົາ­ຫຼີ ຂໍ​ສະ­ແດງ​ຄວາມ​ເຄົາ­ລົບ​ຢ່າງ​ສູງ ຕໍ່​ສະ­ຫາຍ ກິມ ອິນ ຊຸງ, ຜູ້­ນຳ​ທີ່​ຍິ່ງ​ໃຫຍ່ ທີ່​ໄດ້​ສ້າງ­ສາ​ປະ­ເທດ​ພວກ​ເຮົາ​ໃຫ້​ເປັນ​ປະ­ເທດ​ສັງ­ຄົມ​ນິ­ຍົມ ທີ່​ບໍ່​ມີ​ສັດ­ຕູ​ໂຕ​ໃດ​ມ້າງ­ເພ​ໄດ້

(ແຫຼ່ງ​ຂ່າວ: ສະ­ຖານ­ທູດ ສປປ ເກົາ­ຫຼີ ປະ­ຈຳ​ລາວ)

error: Content is protected !!