ສີສັດຕະນາກ ມີຜູ້ອອກມາປ່ອນບັດໃຊ້ສິດຂອງຕົນຄົບຖ້ວນ ແລະ ຖືກຕ້ອງ

    ຄະນະກຳມະການເລືອກຕັ້ງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຖອດ ຖອນບົດຮຽນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ຂອງເມືອງສີສັດຕະນາກ ຂຶ້ນວັນທີ 1 ມີນາ 2021 ທີ່ເມືອງດັ່ງ ກ່າວ ໂດຍມີທ່ານ ເດດສົງຄາມ ທຳມະວົງ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ເຈົ້າເມືອງສີ ສັດຕະນາກ ທ່ານ ທິນນະກອນ ທອງຄຳ ຄະນະກຳມະການເລືອກຕັ້ງຂັ້ນເມືອງ ຜູ້ປະຈຳການ ຫົວໜ້າອະນຸ ກຳມະການ ເລຂານຸການ ຮອງເຈົ້າເມືອງສີສັດຕະນາກ ພ້ອມດ້ວຍອະນຸກຳມະການ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

    ທ່ານ ທິນນະກອນ ທອງຄຳ ໄດ້ຂຶ້ນລາຍງານສະພາບການດຳເນີນການປ່ອນບັດໃນຄັ້ງນີ້ ຍົກໃຫ້ເຫັນ ສະພາບ ແລະ ຈຸດພິເສດຂອງເມືອງ ເຊິ່ງພົນລະເມືອງທັງໝົດ ຈາກ 37 ບ້ານ ມີ 44.103 ຄົນ ຍິງ 23.525 ຄົນ ສະເພາະໜ່ວຍປ່ອນບັດມີທັງໝົດ 77 ໜ່ວຍ ໃນນັ້ນ 37 ບ້ານ ມີ 64 ໜ່ວຍ ກອງກໍາລັງ ປກຊ-ປກສ ມີ 9 ໜ່ວຍ (ປກຊ ມີ 5 ໜ່ວຍ ແລະ ປກສ ມີ 4 ໜ່ວຍ) ໜ່ວຍເຄື່ອນທີ 4 ຫນ່ວຍ ທຽບໃສ່ບັ້ນເລືອກຕັ້ງສະມາຊິກສະພາ ຊຸດທີ VIII ຫຼຸດລົງ 9 ໜ່ວຍ. 

    ຜົນສໍາເລັດຂອງການປ່ອນບັດເລືອກຕັ້ງຕົວຈິງ ມີຈໍານວນພົນລະເມືອງທັງໝົດຜູ້ມີສິດປ່ອນບັດເລືອກຕັ້ງຄັ້ງນີ້ ນັບທັງກຳລັງ ປກຊ ປກສ ແລະ ນັກຮຽນ-ນັກສຶກສາ ຜູ້ມາພັກເຊົາ ມີ 52.196 ຄົນ ຍິງ 26.232 ຄົນ ເຊິ່ງທຸກຄົນໄດ້ເຂົ້າຮ່ວມໃຊ້ສິດຂອງຕົນຄົບຕາມຈຳນວນ ແລະ ມີຈໍານວນບັດທີ່ຖືກຕ້ອງ 52.196 ບັດ ບັດທີ່ບໍ່ຖືກຕ້ອງບໍ່ມີ  ຜົນສຳເລັດດັ່ງກ່າວ ຍ້ອນສະພາບເງື່ອນໄຂ ຈຸດພິເສດ ແລະ ສິ່ງເອື້ອອຳນວຍ ຄວາມສາມັກຄີ ແລະ ການປະກອບສ່ວນຢ່າງແຂງແຮງຂອງທຸກພາກສ່ວນ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນຊາວເມືອງສີ ສັດຕະນາກທຸກທົ່ວໜ້າ ຕື່ນຕົວປະຕິບັດສິດ ພັນທະ ໜ້າທີ່ຂອງຕົນ ພ້ອມກັນອອກມາໃຊ້ສິດຂອງຕົນຢ່າງ ພ້ອມພຽງ ເຮັດໃຫ້ບັ້ນເລືອກຕັ້ງໃນຄັ້ງນີ້ກາຍເປັນປາງບຸນໃຫຍ່ລະດັບຊາດ ແລະ ປະສົບຜົນສຳເລັດຕາມ ລະດັບຄາດໝາຍ.

# ຂ່າວ & ພາບ : ບຸນມີ

error: Content is protected !!