ໂຮງຮຽນນານາຊາດປັນຍາທິບ ເຂົ້າເປັນສະມາຊິກ FOBISIA ແລະ COBIS

    ໂຮງຮຽນນານາຊາດປັນຍາທິບ ໄດ້ປະກາດເປັນທາງການ ເຖິງຜົນສຳເລັດໃນການເຂົ້າເປັນໜຶ່ງໃນສະມາຊິກຂອງສະຫະພັນໂຮງຮຽນນານາຊາດອັງກິດໃນທະວີບອາຊີ (FOBISIA) ແລະ ສະມາຄົມໂຮງຮຽນນານາຊາດອັງກິດທົ່ວໂລກ (COBIS) ວັນທີ 25 ກຸມພາ 2021 ພາຍຫຼັງໄດ້ພະຍາຍາມໃນການເປັນຜູ້ນຳດ້ານການສຶກສາຫຼັກສູດອັງກິດຂອງປະເທດລາວຢ່າງຕໍ່ເນື່ອງ ແລະ ໄດ້ຜ່ານຂັ້ນຕອນການສະໝັກ ພ້ອມການກວດກາທີ່ເຂັ້ມງວດ ແລະ ຍາວນານຈາກ FOBISIA ແລະ COBIS ເພື່ອຮັບປະກັນການຕອບສະໜອງມາດຕະຖານຂອງການເປັນໜຶ່ງໃນສະມາຊິກຂອງອົງກອນດັ່ງກ່າວ.

    ທ່ານ Christopher FitzGerald ຮອງຜູ້ອໍານວຍການໂຮງຮຽນນານາຊາດປັນຍາທິບ ໄດ້ຮັບປະກັນວ່າ: ໂຮງຮຽນຂອງພວກເຮົາໄດ້ຮັບການກວດກາປະຕິບັດຕາມຢ່າງເຄັ່ງຄັດ ແລະ ໄດ້ກ່າວເຖິງລາຍລະອຽດຂອງເສັ້ນທາງຕະຫຼອດ 4 ປີ ທີ່ໄດ້ມີການພັດທະນາມາດຕະຖານການຮັກສາຄວາມປອດໄພຕ່າງໆພາຍໃນໂຮງຮຽນ ນີ້ເປັນພຽງຈຸດເລີ່ມຕົ້ນສຳລັບສິ່ງດີໆທີ່ຈະເກີດຂຶ້ນ ໂຮງຮຽນນານາຊາດປັນຍາທິບ ຍັງຈະສືບຕໍ່ເປັນສະຖາບັນການສຶກສາຊັ້ນແນວໜ້າຂອງອັງກິດໃນປະເທດລາວ ໃນຂະນະທີ່ປະເທດລາວກຳລັງພັດທະນາດ້ານການສຶກສາ ໂຮງຮຽນປັນຍາທິບກໍກຳລັງພັດທະນາ ເພື່ອສືບຕໍ່ການເປັນຜູ້ນຳພາການສຶກສາໄປສູ່ມາດຕະຖານທີ່ສູງຂຶ້ນ ພ້ອມກັບບັນດາໂຮງຮຽນນານາຊາດອື່ນໆໃນປະເທດລາວເຊັ່ນດຽວກັນ.

    ທ່ານນາງ ປາດຖະໜາ ປັນຍາທິບ ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການໃຫຍ່ໂຮງຮຽນນານາຊາດປັນຍາທິບ ກໍໄດ້ກ່າວເຖິງຈຸດທີ່ສຳຄັນທີ່ສຸດຄືເບື້ອງຫຼັງທີ່ສ້າງແຮງຈູງໃຈໃນການຕັດສິນໃຈຂອງເພີ່ນ ໃນການໃຫ້ຄວາມຮ່ວມມື ພ້ອມປະຕິບັດຕາມຄຳແນະນຳຈາກ FOBISIA ແລະ COBIS ປຽບຄືກັບຜູ້ປົກຄອງຜູ້ໜຶ່ງ ແຮງບັນດານໃຈທັງໝົດທີ່ຜັກດັນໃຫ້ຕົນຢາກຈະພັດທະນາສະພາບແວດລ້ອມທີ່ມີຄວາມປອດໄພ ແມ່ນຢາກໃຫ້ນັກຮຽນຂອງພວກເຮົາທຸກຄົນສາມາດຮຽນຮູ້ໄດ້ຢ່າງເຕັມປະສິດທິຜົນ ແລະ ເພື່ອໃຫ້ພວກເຂົາເປັນໄດ້ ດັ່ງທີ່ພວກເຂົາຢາກເປັນ. 

    ທ່ານ John Pearson ເອກອັກຄະລັດຖະທູດອັງກິດ ປະຈຳລາວ ໄດ້ກ່າວເຖິງຄວາມສຳຄັນໃນການເຂົ້າເປັນສະມາຊິກຂອງ FOBISIA ແລະ COBIS ເຊິ່ງສອດຄ່ອງກັບປະໂຫຍກທີ່ວ່າ Education is Great (ການສຶກສາເປັນສິ່ງທີ່ດີຫຼາຍ) ແລະ ສະຖານທູດອັງກິດໄດ້ໃຫ້ການສົ່ງເສີມການສຶກສາອັງກິດໃນປະເທດລາວ ເຖິງວ່າໂຮງຮຽນນານາຊາດປັນຍາທິບເປີດສະຖາບັນການສຶກສາ ແຕ່ໂຮງຮຽນກໍພ້ອມທີ່ຈະຮັບຄຳຕິຊົມ ແລະ ຄຳຄິດເຫັນຈາກບຸກຄົນພາຍນອກສະເໝີ ເພື່ອນຳມາປັບປຸງ ແລະ ພັດທະນາໂຮງຮຽນຂອງພວກເຂົາໃຫ້ດີຂຶ້ນອີກ  ເຊິ່ງຕົນສາມາດເວົ້າໄດ້ເລີຍວ່າ  ສິ່ງເຫຼົ່ານີ້ເປັນວິໄສທັດຂອງໂຮງຮຽນຊັ້ນແນວໜ້າ.

# ຂ່າວ & ພາບ : ສະບາໄພ

error: Content is protected !!