ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອວຽກງານຕິດຕາມ ແລະ ພະຍາກອນແມ່ນໍ້າ

    ລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າ 2,9 ລ້ານໂດລາສະຫະລັດ ແກ່ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດໃໝ່ຂອງຄະນະກໍາມາທິການດັ່ງກ່າວ ໂດຍສົ່ງເສີມການພັດທະນາດ້ວຍຄວາມຮັບຜິດຊອບໃນພາກພື້ນ ເຊິ່ງພິທີລົງນາມສັນຍາການໃຫ້ການຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 26 ກຸມພາ 2021 ຢູ່ສໍານັກງານໃຫຍ່ກອງເລຂາ ຄມສ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ເຄໂຊ ທາເກວະກາ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ອັນ ພິສ ຮັດດາ ຫົວໜ້າກອງເລຂາ ຄມສ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງ ໄດ້ຫຼໍ່ລ້ຽງປະຊາຊົນເກືອບ 70 ລ້ານຄົນໃນອ່າງແມ່ນໍ້າຂອງຕອນລຸ່ມ ທັງເປັນບ່ອນຊອກຢູ່ຫາກິນ ຄໍ້າປະກັນສະບຽງອາຫານ ແລະ ໃຫ້ປະໂຫຍດຈາກລະບົບນິເວດທີ່ອຸດົມສົມບູນ ບັນດາປະເທດໃນອ່າງແມ່ນໍ້າຂອງຕອນລຸ່ມ ໄດ້ປະສົບກັບລະດັບແມ່ນໍ້າຂອງທີ່ຕໍ່າໃນປີ 2019 – 2020 ແລະ ສ້າງຄວາມຫຍຸ້ງຍາກໃນການເຮັດຢູ່ຫາກິນ.

    ທ່ານ ອັນ ພິສ ຮັດດາ ກ່າວວ່າ: ທຶນຊ່ວຍເຫຼືອກ້ອນໃໝ່ນີ້ ຈະຊ່ວຍແກ້ໄຂບັນຫາສິ່ງທ້າທາຍທີ່ພາກພື້ນຂອງພວກເຂົາກໍາລັງປະເຊີນໜ້າຢູ່ ແລະ ຈະປະເຊີນໜ້າໃນອະນາຄົດ ທຶນດັ່ງກ່າວ ກວມເອົາໄລຍະເວລາ 4 ປີ (2021-2024) ເຊິ່ງຈະຊ່ວຍເພີ່ມຄວາມສາມາດຂອງປະເທດສະມາຊິກ ຄື: ກໍາປູເຈຍ ລາວ ໄທ ແລະ ຫວຽດນາມ ເພື່ອຕິດຕາມ ແລະ ປະເມີນສິ່ງແວດລ້ອມໃນແມ່ນໍ້າ ແລະ ປັບຕົວເຂົ້າກັບການປ່ຽນແປງຕ່າງໆທີ່ກໍາລັງເກີດຂຶ້ນ ບັນດາວຽກງານສໍາຄັນທີ່ໄດ້ຮັບທຶນຊ່ວຍເຫຼືອນີ້ ປະກອບດ້ວຍການປັບປຸງຄວາມສາມາດຂອງບັນດາຕາໜ່າງເຄືອຂ່າຍການຕິດຕາມ ແລະ ການພະຍາກອນແມ່ນໍ້າ ແລະ ການສ້າງຕັ້ງສະຖານີຕິດຕາມແຫ່ງໃໝ່ລຽບຕາມແມ່ນໍ້າຂອງ ທຶນຊ່ວຍເຫຼືອລ້ານີ້ ຍັງຈະຖືກນໍາໃຊ້ເພື່ອປັບປຸງຂໍ້ມູນຂ່າວສານສາທາລະນະກ່ຽວກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂດຍການນໍາໃຊ້ເຕັກໂນໂລຊີທັນສະໄໝ ເພື່ອຮັບປະກັນວ່າຊຸມຊົນທ້ອງຖິ່ນ ແລະ ລັດຖະບານໄດ້ຮັບຂໍ້ມູນທັນເວລາ ເພື່ອຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນຢ່າງເໝາະສົມ ທຶນຊ່ວຍເຫຼືອກ້ອນໃໝ່ນີ້ ແມ່ນການຊ່ວຍເຫຼືອເພີ່ມເຕີມຈາກ 3,9 ລ້ານໂດລາສະຫະລັດ ທີ່ລັດຖະບານຍີ່ປຸ່ນໄດ້ສະໜອງໃຫ້ປີຜ່ານມາ ເພື່ອສົ່ງເສີມລະບົບພະຍາກອນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງຂອງ ຄມສ ປະເທດຍີ່ປຸ່ນເປັນຄູ່ຮ່ວມພັດທະນາຂອງ ຄມສ ແຕ່ປີ 2001 ແລະ ໄດ້ໃຫ້ທຶນຊ່ວຍເຫຼືອຫຼາຍກວ່າ 21 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການຄຸ້ມຄອງໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ວຽກງານຊົນລະປະທານ ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງສິ່ງແວດລ້ອມ.

    ທ່ານ ເຄໂຊ ທາເກວະກາ ກ່າວວ່າ: ທຶນຊ່ວຍເຫຼືອເພີ້ມເຕີມນີ້ ຈະຊ່ວຍໃຫ້ ຄມສ ສາມາດໃຫ້ບໍລິການໃນການຕິດຕາມ ແລະ ພະຍາກອນແມ່ນໍ້າໄດ້ຖືກຕ້ອງ ແລະ ມີປະສິດທິຜົນຫຼາຍຂຶ້ນແກ່ສາທາລະນະ ແລະ ປະເທດສະມາຊິກຂອງຕົນ ປະເທດຍີ່ປຸ່ນ ເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາທີ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດໃໝ່ຂອງ ຄມສ ແຜນຍຸດທະສາດດັ່ງກ່າວ ເປັນເຄື່ອງມືສໍາຄັນເພື່ອຈັດຕັ້ງປະຕິບັດຍຸດທະສາດການພັດທະນາອ່າງ 2021-2030 ແລະ ແຜນຍຸດທະສາດ 5 ປີ ຈະຊ່ວຍໃຫ້ 4 ປະເທດສະມາຊິກ ໃນການຮັກສາລະບົບນິເວດຂອງແມ່ນໍ້າ ແລະ ສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ໄພພິບັດຕ່າງໆ.

# ຂ່າວ & ພາບ : ສະບາໄພ

error: Content is protected !!