ກ້າຕັດສິນໃຈລອງຜິດ-ຖືກ ກາຍເປັນເຈົ້າຂອງຜະລິດຕະພັນແມ່ນິດທະຍາ ໄສ້ອົ່ວ ແລະ ຊີ້ນແຫ້ງວຽງຈັນ

    ທ່ານ ນາງ ນິດທະຍາ ສິນສາລະດີ ເຈົ້າຂອງຜະລິດຕະພັນແມ່ນິດທະຍາ ໄສ້ອົ່ວ ແລະ ຊີ້ນແຫ້ງວຽງຈັນໃຫ້ສໍາພາດວ່າ: ເມື່ອກ່ອນ ຕົນໄດ້ຍຶດຖືອາຊີບເປັນແມ່ຄ້າຂາຍຊີ້ນສົດຢູ່ຕາມທ້ອງຕະຫຼາດ ແລະ ຕົນກໍມີຄວາມມັກຮັກໃນການເຮັດອາຫານ ໂດຍສະເພາະ ເອົາຊີ້ນສົດມາແປຮູບຜະລິດຕະພັນເປັນຊີ້ນແຫ້ງ ດ້ວຍການຄົ້ນຄິດສູດເອງ ໃນເບື້ອງຕົ້ນ ໄດ້ທົດລອງຜິດ-ຖືກ ພາຍຫຼັງປຸງແຕ່ງແລ້ວ ແມ່ນໃຫ້ຍາດຕິພີ່ນ້ອງເປັນຜູ້ກິນ ແລະ ຄົນໃກ້ຕົວຊີມ ເຫັນວ່າມີຣົດຊາດແຊບ ແລະ ໃນປີ 2017 ໄດ້ຕັດສິນໃຈຫັນປ່ຽນອາຊີບມາເຮັດໄສ້ອົ່ວ ແລະ ຊີ້ນແຫ້ງຈໍາໜ່າຍ ເພື່ອເປັນຂອງຝາກຂອງຕ້ອນ ເຊິ່ງເຫັນວ່າໄດ້ຮັບຜົນຕອບຮັບດີສົມຄວນ ຈາກຜູ້ຊົມບໍລິໂພກ ກໍຄືຕະຫຼາດ ຈາກນັ້ນ ຈຶ່ງໄດ້ເລີ່ມເຮັດໃຫ້ມີຫຼາຍຜະລິດຕະພັນເພີ່ມຕື່ມ ມາຮອດປັດຈຸບັນ ປະກອບມີ ໝູຫວານ ເຫືອກແດດດຽວ ໄສ້ອົ່ວຊີ້ນໝາກແຄ່ນ ອົ່ວເຄື່ອງທໍາມະດາ ໝູສົ້ມກະທຽມ ອົ່ວເພ້ຍ ໝໍ້າ ແລະ ຜະລິດຕະພັນອື່ນໆທີ່ຫຸ້ມຫໍ່ດ້ວຍອຸປະກອນທີ່ທັນສະໄໝ ແລະ ສວຍງາມ ຮັບປະກັນຄວາມສະອາດ ຂະໜາດບັນຈຸ 0,5 ກິໂລ ແລະ 1 ກິໂລກຣາມ ມີລາຄາຈໍາໜ່າຍແຕ່ 80.000 ກີບຂຶ້ນໄປຫາ 1 ແສນກວ່າກີບ.

    ທ່ານ ນາງ ນິດທະຍາ ສິນສາລະດີ ໃຫ້ຮູ້ຕື່ມວ່າ: ຂັ້ນຕອນການຜະລິດໄສ້ອົ່ວ ຊີ້ນແຫ້ງ ແລະ ຜະລິດຕະພັນອື່ນໆຂອງຕົນ ແມ່ນເນັ້ນການຜະລິດທີ່ສະອາດ ຖືກຫຼັກອະນາໄມ ນໍາໃຊ້ວັດຖຸດິບທີ່ໃໝ່ ແລະ ບໍ່ມີສານກັນບູດ ຜະລິດຄັ້ງໜຶ່ງໃຊ້ຊີ້ນສົດປະມານ 10-20 ກິໂລຕໍ່ມື້ ເຊິ່ງໄລຍະທີ່ບໍ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຜະລິດຕະພັນຂອງຕົນໄດ້ຂາຍດີສົມຄວນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກຕ່າງປະເທດ ຊື້ເປັນຂອງຝາກຂອງຕ້ອນ ສະເລ່ຍເດືອນໜຶ່ງສາມາດສ້າງລາຍຮັບປະມານ 20 ລ້ານກີບ ແລະ ນັບແຕ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ເປັນຕົ້ນມາ ລາຍຮັບບໍ່ສາມາດປະເມີນໄດ້ ເຊິ່ງມີຮ້ານຂາຍຢູ່ຫຼັກ 7 ຂ້າງຄ້າຍສື່ສານຈີ່ນາຍໂມ້ ພ້ອມນັ້ນ ຍັງໄດ້ໂພສຂາຍຜ່ານເຟສບຸກອີກດ້ວຍ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!