ກົມການເມືອງສູນກາງພັກ ອອກມະຕິຕົກລົງ ສະບັບເລກທີ 06/ກມສພ ລົງວັນທີ 25 ກຸມພາ 2021 ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສັບຊ້ອນບັນດາວຽກງານ ພະນັກງານ-ລັດຖະກອນ ໄປຂຶ້ນກັບ 5 ກະຊວງ ສັບຊ້ອນໄປຢູ່ອົງການອື່ນ ຫຼື ຫັນລົງທ້ອງຖິ່ນຕາມຄວາມເໝາະສົມ.

ມາດຕາ 1 ຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວສັບຊ້ອນວຽກງານ ດັ່ງນີ້:
1. ສັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງສຶກສາທິການ ແລະ ກິລາ.
2. ສັບຊ້ອນວຽກງານເຕັກໂນໂລຊີ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
3. ສັບຊ້ອນວຽກງານມາດຕະຖານ-ວັດແທກ, ວຽກງານຊັບສິນທາງປັນຍາ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ.
4. ສັບຊ້ອນສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄປຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້.
5. ມອບໂອນວຽກງານພະລັງງານທົດແທນ ແລະ ວັດສະດຸໃໝ່ ໄປໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່
6. ສັບຊ້ອນ ແລະ ໂຮມກົມຊ່ວຍໜູນ ເຊັ່ນ: ຫ້ອງການກະຊວງ ກົມຈັດຕັ້ງ ແລະ ພະນັກງານ ກົມກວດກາ.ກົມແຜນການ ແລະ ການຮ່ວມມື ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າກັບກະຊວງໄປສະນີ.ໂທລະຄົມມະນາຄົມ ແລະ ການສື່ສານ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງອຸດສາຫະກຳແລະ ການຄ້າ.
7. ສັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄປເຂົ້າກັບກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກະຊວງສຶກສາທິການ ແລະ ກິລາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ ອົງການອື່ນໆ ຫຼື ຫັນລົງທ້ອງຖິ່ນ ຕາມຄວາມເໝາະສົມ.

