ທ່ານ ສີສຸກອນ ທໍາສີວໍລະວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງຕັດໃໝ່ແຕ່ບ້ານດົງນາທອງຫາບ້ານໜອງພະຍາ ໃຫ້ສໍາພາດວັນທີ 26 ກຸມພາ 2021 ວ່າ: ໂຄງການກໍ່ສ້າງເສັ້ນທາງຕັດໃໝ່ແຕ່ບ້ານດົງນາທອງຫາບ້ານໜອງພະຍາ ເປັນໂຄງການທີ 2 ທີ່ຢູ່ໃນການຈັດຕັ້ງປະຕິບັດຕາມແຜນຜັງໃໝ່ໜອງປີງ-ໜອງພະຍາ ເຊິງໂຄງການທີ 1 ແມ່ນເສັ້ນທາງໜອງບົວທອງ-ຫາໜອງບຶກ ໄດ້ສໍາເລັດການກໍ່ສ້າງໃນປີ 2015 ແລະ ໂຄງການທີ 2 ມີຈຸດເລີ່ມຕົ້ນທີ່ບ້ານດົງນາທອງ ແລະ ສິ້ນສຸດບ້ານໜອງພະຍາ ຢູ່ເສັ້ນຕິດກັບຖະໜົນຕານມີໄຊ-ສີເກີດ ມີຄວາມຍາວ ທັງໝົດ 7,5 ກິໂລແມັດ ກວ້າງ 24 ແມັດ ມີດອນກາງທາງ ມີທາງຍ່າງ 2 ເບື້ອງ ມີລະບົບລະບາຍນໍ້າ 2 ຂ້າງທາງ ແລະ ໜ້າທາງປູດ້ວຍເບຕົງເສີມເຫຼັກໜາ 23 ຊັງຕີແມັດ ໂດຍພື້ນທີ່ສ່ວນໃຫຍ່ ຕັດຜ່ານເນື້ອທີ່ດິນກະສິກໍາທັງໝົດ 167 ຕອນ ແລະ ດິນປຸກສ້າງ 3 ຫຼັງຄື: ຫຼັງທີ 1 ຢູ່ບ້ານດົງນາທອງ ຫຼັງທີ 2 ຢູ່ບ້ານໜອງພະຍາ ແລະ ຫຼັງທີ 3 ຢູ່ທາງອອກໜອງພະຍາ ໂຄງການນີ້ ແມ່ນພະແນກ ຍທຂ ນວ ເປັນເຈົ້າຂອງໂຄງການ ໂດຍແມ່ນບໍລິສັດ ພົງຊັບທະວີ ກໍ່ສ້າງຂົວ-ທາງ ຈໍາກັດ ເປັນຜູ້ຮັບເໝົາ ໄດ້ດໍາເນີນການກໍ່ສ້າງມາແຕ່ປີ 2016 ເປັນຕົ້ນມາ ປັດຈຸບັນຄວາມຄືບໜ້າຂອງໂຄງການໂດຍລວມ ສໍາເລັດແລ້ສ 70% ສະເພາະວຽກໜ້າທາງສໍາເລັດ 90% ຕາມແຜນການ ຖ້າສາມາດໄກ່ເກ່ຍ 2 ຈຸດທີ່ຍັງຄ້າງຄາໄດ້ ຄາດວ່າໜ້າວຽກດັ່ງກ່າວຈະສໍາເລັດໃນເດືອນເມສາ 2021 ສ່ວນວຽກເສົາໄຟເຍືອງທາງ ແລະ ທາງຍ່າງ ຄາດວ່າຈະໃຫ້ສໍາເລັດເດືອນກັນຍາ 2021.


