ກອງປະຊຸມສະຫຼຸບຖອດຖອນບົດຮຽນການລົງຊຸກຍູ້ວຽກງານຢູ່ນະຄອນຫຼວງວຽງຈັນ (ນວ) ຂອງກົມຕຳຫຼວດຈະລາຈອນ ຈັດຂຶ້ນວັນທີ 6 ມີນາ 2020 ຢູ່ກອງບັນຊາການ ປກສ ນວ ໂດຍມີທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ທ່ານ ພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຜູ້ຊີ້ນຳວຽກງານຕຳຫຼວດຈະລາຈອນ ທ່ານ ພັນເອກ ຄຳເກີດ ກຸມມານ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນໂທ ຄຳເຫຼັກ ໄຊຍະລາດ ຮອງຫົວໜ້າກົມຈະລາຈອນ ກ່າວວ່າ: ຈຸດປະສົງເພື່ອສະຫຼຸບຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງເຄື່ອນໄຫວຕາມທິດຊີ້ນຳຂອງທ່ານລັດຖະມົນຕີກະຊວງ ປກສ ເຊິ່ງກົມຕຳຫຼວດຈະລາຈອນເຮັດໜ້າທີ່ຊີ້ນຳມະຫາພາກ ໂດຍໄດ້ສ້າງແຜນການເຄື່ອນໄຫວຊຸກຍູ້ຈະລາຈອນ ນວ ໃນການຈັດຕັ້ງຜັນຂະຫຍາຍຕາມທິດຊີ້ນຳຂອງລັດຖະມົນຕີ ກ່ຽວກັບວຽກງານຈະລາຈອນ ເຊິ່ງປະຕິບັດແຕ່ວັນທີ 17 ມັງກອນ-21 ກຸມພາ 2020 ແລະ ໄດ້ສະຫຼຸບຖອດຖອນບົດຮຽນປະເມີນຜົນການຈັດຕັ້ງເຄື່ອນໄຫວໃນມື້ນີ້ ການເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ພະແນກຕຳຫຼວດຈະລາຈອນ ນວ ເພື່ອຊຸກຍູ້ຄວາມສາມາດໃຫ້ກຳລັງຕຳຫຼວດຈະລາຈອນ ໃນການບໍລິການຈັດການວຽກງານຈະລາຈອນ ເພື່ອບໍລິການຮັບໃຊ້ປະຊາຊົນ ໃນນີ້ ໄດ້ເຕົ້າໂຮມກຳລັງຕຳຫຼວດຈະລາຈອນ ນວ ເພື່ອເຊື່ອມຊຶມທິດຊີ້ນຳຂອງລັດຖະມົນຕີກະຊວງ ປກສ ຈາກນັ້ນ ກໍໄດ້ເກັບກຳຈຳນວນພົນ ເພື່ອບັນຈຸເຂົ້າຢູ່ຕາມປ້ອມຖາວອນ ແລະ ປ້ອມຊົ່ວຄາວ ເພື່ອເຮັດໜ້າທີ່ບໍລິການປະຊາຊົນ ຕະຫຼອດ 24 ຊົ່ວໂມງ.
ພາຍຫຼັງສຳເລັດຢູ່ ນວ ກົມຕຳຫຼວດຈະລາຈອນ ຈະສືບຕໍ່ເຄື່ອນໄຫວຢູ່ບັນດາແຂວງທົ່ວປະເທດ ໂດຍເລັ່ງໃສ່ວຽກງານການໂຄສະນາສຶກສາອົບຮົມ ປູກຈິດສຳນຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຂົ້າໃຈ ຮັບຮູ້ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຂອງການສັນຈອນ ຄຽງຄູ່ກັບການບໍລິການປະຊາຊົນ ເຮັດໜ້າທີ່ລະບາຍການສັນຈອນ ກວດກາ ແນະນຳການສັນຈອນໃຫ້ຖືກຕ້ອງ ແລະ ມີຄວາມເປັນລະບຽບ ພ້ອມນີ້ ຍັງໄດ້ແນະນຳການດຳເນີນແກ້ໄຂຄະດີອຸບັດເຫດໃຫ້ຖືກຕ້ອງຕາມກົດໝາຍ ມີຄວາມວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ ເພື່ອຮັບປະກັນຄຸນນະພາບການເຄື່ອນໄຫວ ວຽກງານວິຊາສະເພາະຂອງຕຳຫຼວດຈະລາຈອນ.