
ທ່ານນາງ ມະນີວອນ ວົງສຸລິ ນາຍບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ໃຫ້ສຳພາດວັນທີ 3 ມີນາ 2020 ວ່າ: ໂພນສະຫວາດໃຕ້ ເປັນບ້ານໜຶ່ງທີ່ໄດ້ເອົາໃຈໃສ່ສ້ອມແປງ ປັບປຸງເສັ້ນທາງຄົມມະນາໃຫ້ມີຄວາມສະອາດ ເປັນລະ ບຽບ ແລະ ທຽວໄປ-ມາສະດວກ ເມື່ອກ່ອນ ບັນດາເສັ້ນທາງຮ່ອມ ແລະ ທາງຫຼັກເປັນດິນແດງ ເຮັດໃຫ້ການໄປ-ມາມີຄວາມຫຍຸ້ງຍາກ ໂດຍສະເພາະລະດູ ຝົນ ອຳນາດການປົກຄອງບ້ານຈຶ່ງໄດ້ປຶກສາຫາລືແກ້ໄຂບັນຫາດັ່ງກ່າວ ແລະ ໄດ້ຕົກລົງສ້າງເປັນເສັ້ນທາງເບຕົງ ໂດຍທຶນປະຊາຊົນ 100%.
ທົ່ວບ້ານມີເສັ້ນທາງຮ່ອມ 7 ເສັ້ນ ເສັ້ນທາງຫຼັກ 1 ເສັ້ນ ຍາວ 2.150 ແມັດ ປັດຈຸບັນໄດ້ສ້າງເປັນທາງປູເບຕົງ ມູນຄ່າ 1,5 ຕື້ກວ່າກີບ ເຊິ່ງການກໍ່ສ້າງບັນດາເສັ້ນທາງດັ່ງກ່າວເບື້ອງຕົ້ນ ແມ່ນພົບຄວາມຫຍຸ້ງຍາກສົມຄວນ ເນື່ອງຈາກຄວາມບໍ່ເຂົ້າໃຈຂອງປະຊາ ຊົນຈຳນວນໜຶ່ງ ແຕ່ຫຼັງຈາກໄດ້ມີການອະທິບາຍ ສຶກສາອົບຮົມແນວທາງນະໂຍບາຍຂອງພັກ-ລັດ ຈຶ່ງເຮັດໃຫ້ປະຊາຊົນມີຄວາມຕື່ນຕົວປະກອບສ່ວນທຶນ ຮອນໃນການສ້າງເສັ້ນທາງຫຼັກ ທາງຮ່ອມຕ່າງໆຕາມເງື່ອນໄຂ ແລະ ທ່າແຮງຂອງແຕ່ລະຄອບຄົວ ພ້ອມທັງໄດ້ຮັບການສະໜັບສະໜູນຈາກນັກທຸລະກິດຈຳນວນໜຶ່ງ ປັດຈຸບັນທົ່ວບ້ານຍັງກໍ່ສ້າງທາງເບຕົງບໍ່ສຳເລັດປະມານ 100 ແມັດ ເຊິ່ງອຳນາດການປົກຄອງຈະສືບຕໍ່ລະດົມທຶນກໍ່ສ້າງໃຫ້ສຳເລັດ ໂດຍພາຍຫຼັງສຳເລັດເສັ້ນທາງທີ່ຍັງເຫຼືອບ້ານພວກເຮົາຈະມີເສັ້ນທາງເບຕົງ 100%.
ນອກຈາກການປຸກລະດົມທຶນຮອນເພື່ອພັດທະນາພື້ນຖານໂຄງລ່າງແລ້ວ ຍັງໄດ້ເອົາໃຈໃສ່ສ້າງຂະບວນການຕ່າງໆ ເປັນຕົ້ນ ຂະບວນການອະນາໄມຕ້ານໜອນນ້ຳຍຸງລາຍຢູ່ແຕ່ລະຄອບຄົວ ສ້າງສິ່ງອຳນວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງການບໍລິການສາທາລະນະສຸກ ການສຶກສາ ຂໍ້ມູນຂ່າວສານຜ່ານໂທລະໂຄ່ງບ້ານ ການສົ່ງເສີມຄວາມສະເໝີພາບລະຫວ່າຍິງ-ຊາຍ ເຊິ່ງປີຜ່ານມາສາມາດໄກ່ເກ່ຍຄະດີສຳເລັດ 19 ຄະດີ ເຮັດໃຫ້ບ້ານໄດ້ຮັບນາມມະຍົດເປັນບ້ານປອດຄະດີ ປອດຢາເສບຕິດ ບ້ານພັດທະນາ ບ້ານສາທາລະນະສຸກ ແລະ ອື່ນໆ ທີ່ຂັ້ນເທິງວາງອອກ ພ້ອມນີ້ ຍັງໄດ້ເອົາໃຈໃສ່ການຄວບຄຸມບໍ່ໃຫ້ມີການເປີດບໍລິການຮ້ານສະໜຸກເກີ ແລະ ຮ້ານບໍລິການອິນເຕີເນັດຕ່າງໆ ເພື່ອຫຼີກລ່ຽງການມົ້ວສຸມສິ່ງເສບຕິດ ການລັກໜີໂມງຮຽນຂອງລູກຫຼານ ແລະ ອື່ນໆ ເຊິ່ງບັນດາຜົນງານທີ່ຍາດມາໄດ້ນັ້ນ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຂອງຈາກຂັ້ນເທິງ ໂດຍສະເພາະການນຳເມືອງສີໂຄດຕະບອງ ຄວາມຕື່ນຕົວ ການໃຫ້ຄວາມຮ່ວມມືຂອງປະຊາຊົນ ແລະ ອົງການປົກຄອງບ້ານທີ່ມີຄວາມເຂັ້ມແຂງ.