ຍີ່ປຸ່ນຊ່ວຍເຫຼືອລ້າ ໂຄງການບໍລິການດ້ານສຸຂະພາບປາກ

    ລັດ­ຖະ­ບານ​ຍີ່­ປຸ່ນ ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ລ້າ 268.910 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 2,38 ຕື້​ກີບ ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ ໂຄງ­ການ​ກໍ່­ສ້າງ​ຮາກ​ຖານ​ການ​ສຶກ​ສາ​ໃຫ້­ການ​ສົ່ງ­ເສີມ​ສຸ­ຂະ­ພາບ​ຜົ້ງ​ປາກ ແລະ ສ້າງ​ລະ­ບົບ​ພູມ​ຄຸ້ມ​ກັນ​ໃຫ້​ບັນ­ດາ​ແຂວງ​ໃນ​ປະ­ເທດ​ລາວ.

    ພິ­ທີ​ລົງ​ນາມ​ສັນ­ຍາ​ຮັບ​ເອົາ​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 3 ມີ­ນາ 2020 ຢູ່​ສະ­ຖານ­ທູດ​ຍີ່­ປຸ່ນ ປະ­ຈຳ​ລາວ ລະ­ຫວ່າງ​ທ່ານ ອິ​ວາ​ໂມ​ໂຕະ ເຄ​ອິ​ຈິ ອຸ­ປະ​ທູດ​ຢີ່​ປຸ່ນ ປະ­ຈຳ​ລາວ ແລະ ທ່ານ ໂມ​ຊິ​ດະ ໂທ​ຊິ​ມິ​ຊຶ ຜູ້­ຕາງ­ໜ້າ​ອົງ­ການ​ຊ່ວຍ­ເຫຼືອ​ສາ­ກົນ ດ້ານ​ການ​ສຶກ​ສາ​ທັນ​ຕະ​ກຳ​ປະ­ເທດ​ຍີ່­ປຸ່ນ (OISDE) ເຊິ່ງ​ເປັນ​ອົງ­ການ​ບໍ່​ຫວັງ​ຜົນ​ກຳ­ໄລ​ຈາກ​ປະ­ເທດ​ຍີ່­ປຸ່ນ ທີ່​ໄດ້​ລິ​ເລີ່ມ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ ໂດຍ​ການ​ຕໍ່​ສັນ­ຍາ​ການ​ຊ່ວຍ­ເຫຼືອ​ລ້າ​ຄັ້ງ​ນີ້ ຈະ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ກິດ­ຈະ­ກຳ​ໃນ​ປີ​ທີ 2 ຂອງ​ໂຄງ­ການ ທີ່​ມີ​ອາ­ຍຸ 3 ປີ ໂດຍ​ຈະ​ໃສ່​ຊື່­ວ່າ “ໂຄງ­ການ​ກໍ່­ສ້າງ​ຮາກ​ຖານ​ການ​ສຶກ​ສາ​ໃຫ້­ການ​ສົ່ງ­ເສີມ​ສຸ­ຂະ­ພາບ​ຜົ້ງ​ປາກ ແລະ ສ້າງ​ລະ­ບົບ​ພູມ​ຄຸ້ມ​ກັນ”.

    ໂຄງ­ການ​ດັ່ງ­ກ່າວ ມີ​ເປົ້າ​ໝາຍ​ຍົກ​ລະ­ດັບ​ການ​ຮັກ­ສາ​ທາງ​ທັນ​ຕະ​ກຳ ປ້ອງ​ກັນ ລົບ​ລ້າງ​ພະ­ຍາດ​ໃນ​ຜົ້ງ​ປາກ ແລະ ການ​ຕິດ­ເຊື້ອ​ຂັ້ນ​ຮຸນ​ແຮງ​ໃນ ສປປ ລາວ ເຊິ່ງ​ຈະ​ຈັດ​ເຝິກ­ອົບ­ຮົມ​ໃຫ້​ຄວາມ​ຮູ້​ແກ່​ພະ­ຍາ­ບານ ແລະ ນັກ­ຮຽນ​ພະ­ຍາ­ບານ ແນ­ໃສ່​ໃຫ້​ເຂົາ­ເຈົ້າ​ເຮັດ​ວຽກ​ເປັນ​ພະ­ຍາ­ບານ​ດ້ານ​ທັນ​ຕະ​ກຳ​ໃນ​ອະ­ນາ­ຄົດ ໂດຍ​ປີ​ທີ 2 ນີ້ ຜູ້​ທີ່​ໄດ້​ຮັບ​ການ​ເຝິກ­ອົບ­ຮົມ​ນັບ​ແຕ່​ປີ​ທຳ​ອິດ ຈະ​ໄດ້​ໄປ​ຢ້ຽມ­ຢາມ​ບາງ​ແຂວງ​ເພື່ອ​ເຝິກ​ອົບ​ຮົບ​ໃນ​ເຂດ​ພື້ນ​ທີ່​ເປົ້າ​ໝາຍ.

error: Content is protected !!