
ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 32/ນຍ ລົງວັນທີ 3 ເມສາ 2020 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜົນກະທົບຈາກການລະບາດພະຍາດອັກເສບປອດເຊື້ອຈຸລະໂຣກ COVID-19 ຕໍ່ ເສດຖະກິດລາວ ຂໍ້ຕົກລົງຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສະບັບເລກທີ 023/ສພ ລົງວັນທີ 06 ເມສາ 2020.

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປຶກສາຫາລືຄະນະສະເພາະກິດ ໜ່ວຍງານນະໂຍບາຍດ້ານການສົ່ງເສີມການຜະລິດ-ບໍລິການ ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າ ຕາມການແບ່ງວຽກຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ໜ່ວຍງານວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ຕາມຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 023/ສພກ ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 9 ເມສາ 2020 ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ-ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລືກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຄະນະຕິດຕາມຜົນກະທົບ ແລະ ຜັນຂະຫຍາຍມາດຕະການດ້ານເສດຖະກິດ ເພື່ອແກ້ໄຂບັນຫາຜົນກະທົບ ຂອງການລະບາດພະຍາດ ໂຄວິດ-19 ໂດຍສະເພາະອີງໃສ່ຂໍ້ຕົກລົງຂອງຄະນະສະເພາະກິດດ້ານເສດຖະ ກິດ ເລກທີ 001/ສພກ ລົງວັນທີ 8 ເມສາ 2020 ເຊິ່ງໄດ້ລະບຸຄວາມຮັບຜິດຊອບ ໜ້າທີ່ພາລະບົດບາດ ລະອຽດ ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ຮັບປະກັນໃຫ້ກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 31/ນຍ ລົງວັນທີ 2 ເມສາ 2020 ແລະ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ໃຫ້ປາກົດເປັນຈິງ.