
ວັນທີ 9 ເມສາ 2020 ທີ່ຈຸດກວດກາຄົນເຂົ້າ-ອອກເມືອງເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດ ເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຢູ່ຖະໜົນຫຼວງພະບາງ ຕໍ່ໜ້າໂຮງຮຽນມັດທະຍົມສົມບູນສີໄຄ ທ່ານນາງ ສະນັນຍາ ວົງຄຳສອນ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນຳຜ້າອັດປາກ-ອັດດັງ ພ້ອມດ້ວຍເຈວລ້າງມື ມອບໃຫ້ກັບໜ່ວຍງານທີ່ປະຕິບັດວຽກຕົວຈິງຢູ່ຈຸດດັ່ງກ່າວ.

ທ່ານ ນາງ ສະນັນຍາ ວົງຄຳສອນ ໃຫ້ສຳພາດວ່າ: ເພື່ອເປັນການປະກອບສ່ວນອຸປະກອນ ໃນການປ້ອງກັນຕົນເອງ ໃຫ້ກັບໜ່ວຍງານທີ່ເຮັດໜ້າທີ່ໃນການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ຍັງເປັນການຊຸກຍູ້ໃຫ້ກຳລັງໃຈໃນການເຮັດວຽກຂອງເຈົ້າໜ້າທີ່ ປກສ-ປກຊ ແລະ ແພດໝໍຕື່ມອີກ ເຊິ່ງອຸປະກອນທີ່ນຳມາມອບປະກອບມີ ເຈວລ້າງມື ແລະ ຜ້າອັດປາກ-ອັດດັງຈຳນວນໜຶ່ງ ນອກຈາກແຈກຢາຍຢູ່ຈຸດດັ່ງກ່າວແລ້ວ ຍັງໄດ້ເລາະແຈກຢາຍຕາມຈຸດອື່ນໆອີກ ສຳລັບອຸປະກອນທີ່ນຳມອບແຕ່ລະຄັ້ງ ແມ່ນໄດ້ຮັບການປະກອບສ່ວນຈາກສັງຄົມ ໂດຍຕົນໄດ້ລະດົມຜ່ານທາງເຟສບຸກຂອງຕົນເອງ.
ນອກຈາກນີ້ແລ້ວ ທ່ານ ວິຊຸນ ຂຸນນະເສນ ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍໄດ້ປະກອບສ່ວນນ້ຳດື່ມ 5 ແກັດ ນົມແລັດຕາຊອຍ 2 ແກັດ ແລະ M-150 ຈຳນວນ 2 ແພັກນຳອີກ.