
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດ ຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 9 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ: ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 9 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 209 (ປະເທດ/ເຂດ) ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ມີ 1.508.924 (ໃໝ່ 77.943) ເສຍຊິວິດ 88.318 (ໃໝ່ 6.282) ແລະ ປີ່ນປົວຫາຍດີ 329.556 ອັດຕາຄວາມຮ້າຍແຮງ 5.85% (ມື້ວານນີ້ 5,74).
ສຳລັບການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 8 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ວຽກງານຈຸດຜ່ານດ່ານ ຈຳນວນຜູ້ເດີນທາງເຂົ້າມາທັງໝົດມີ 1.528 ຄົນ ຈຳນວນຜູ້ເດີນທາງຜ່ານທາງດ່ານລາວ-ໄທ ທັງໝົດ 776 ຄົນ ໃນນັ້ນ 668 ຄົນ ແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ ແລະ 108 ຄົນ ແມ່ນແຮງງານລາວທີ່ຍັງເດີນທາງກັບບ້ານ ຜູ້ເດີນທາງຜ່ານດ່ານລາວ-ຈີນ ທັງໝົດ 124 ຄົນ ພະນັກງານຂັບລົດທັງໝົດ ຜູ້ເດີນທາງຜ່ານດ່ານລາວ-ຫວຽດນາມ ທັງໝົດ 628 ຄົນ ພະນັກງານຂັບລົດທັງໝົດ ຜ່ານສະໜາມບິນ 0 ຄົນ ເຊິ່ງໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສ່ວນການເຝົ້າລະວັງ ແລະ ວິເຄາະ ວັນທີ 8 ເມສາ 2020 ໄດ້ເກັບຕົວຢ່າງມາກວດ 122 ຄົນ ໃນນີ້ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ມີ 73 ຄົນ ຈາກບໍລິສັດພູເບ້ຍມາຍນິງ 42 ຄົນ ແຮງງານລາວມາຈາກປະເທດໄທ 2 ກໍລະນີ ສົງໄສ 5 ໃນນີ້ ພົບຜູ້ຕິດເຊື້ອ 1 ຄົນ ນັບແຕ່ເດືອນມັງກອນ ຮອດວັນທີ 8 ເມສາ 2020 ລວມມີ 903 ຄົນ ຕິດເຊື້ອທັງໝົດ 16 ຄົນ (ເພີ່ມ 1) ເຊິ່ງມີ 5 ກຸ່ມການສຳຜັດ ແລະ ຕິດພະຍາດ.
ສຳລັບກໍລະນີຕິດເຊື້ອພະຍາດຄົນທີ 16 ເປັນເພດຍິງ ອາຍຸ 23 ປີ ນັກສຶກສາຢູ່ວິທະຍາໄລລັດຕະນະ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ປະຫວັດການສຳຜັດກັບພະຍາດ: ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວກັບກໍລະນີທີ 10 (ພະນັກງານ DHL) ວັນທີ 27 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ 10 (ພະນັກງານ DHL) ຕິດພະຍາດ ລາວຈຶ່ງຈຳກັດບໍລິເວນໂຕເອງຢູ້ຫ້ອງພັກ ບໍ່ໄດ້ອອກໄປທາງໃດ ຈົນຮອດວັນທີ 6-7 ເມສາ ເລີ່ມຮູ້ສຶກເຈັບຫົວ ຖືຄີງໄຂ້ ລີ້ນຊາ ດັງບໍ່ໄດ້ກິ່ນ ມີຂີ້ກະເທິ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ ວັນທີ 8 ເມສາ ອາການລີ້ນຊາຫຼາຍຂຶ້ນ ດັງບໍ່ມີກິ່ນ ຫາຍໃຈແສບດັງ ໄຂ້ ແລະ ມີອາການຫາຍໃຈຝືດ ຜູ້ກ່ຽວໂທປຶກສາແພດ ລົດນຳສົ່ງຄົນເຈັບໄດ້ຮັບໄປໂຮງໝໍມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າຕິດເຊື້ອ ເຊິ່ງມີຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ 9 ຄົນ ເຊິ່ງໄດ້ມີເບີໂທລະສັບຕິດຕໍ່ ແລະ ໄດ້ແນະນຳຈຳກັດລິເວນຕົນເອງແລ້ວ.
ຈຳນວນຜູ້ສຳຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ ຮອດວັນທີ 8 ເມສາ 2020 ມີ ທັງໝົດ 292 ຄົນ ໝົດກຳນົດຕິດຕາມທັງໝົດ 217 ຄົນ ໃນວັນທີ 8 ເມສາ 2020 ຍັງສືບຕໍ່ຕິດຕາມທັງໝົດ 84 ສຳລັບການຕິດຕາມສະຖານທີ່ຈຳກັດບໍລິເວນໃນທົ່ວປະເທດ ສະຖານທີ່ຈຳກັດບໍລິເວນໃນຂອບເຂດທົ່ວປະເທດ ມີ 1.657 ແຫ່ງ ຈຳນວນຄົນທີ່ຕິດຕາມຢູ່ສູນຈຳກັດບໍລິເວນ ມີ 47.508 ຄົນ ຈຳນວນທີ່ຈຳກັດບໍລິເວນທີ່ເຮືອນຂອງຕົນເອງ ມີ 20.185 ຄົນ ການຕິດຕາມໃນວັນທີ 8 ເມສາ ພົບວ່າມີ 2 ຄົນ ມີໄຂ້ ທີມງານໄດ້ເກັບຕົວຢ່າງມາກວດ ຜົນວິເຄາະແມ່ນບໍ່ພົບເຊື້ອ.
ແນວໃດກໍຕາມ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ໃຫ້ເອົາໃຈໃສ່ຮັກສາສຸຂະພາບຕົນເອງ ໂດຍສະເພາະ 3 ຫຼັກການກັນພະຍາດໂຄວິດ ຄື: ລ້າງມືດ້ວຍສະບູ ຫຼື ເຈວ/ເຫຼົ້າລ້າງມື ລ້າງເລື້ອຍໆ ແລະ ລ້າງຖືກວິທີ ຢູ່ຫ່າງກັນ 2 ແມັດຂຶ້ນໄປ ບໍ່ວ່າຢູ່ເຮືອນ ຢູ່ສະຖານທີ່ອື່ນເຊັ່ນ: ຕະຫຼາດ ຮ້ານຄ້າ ສະຖານທີ່ທາງສາສະໜາ ແລະ ສຳນັກງານຫ້ອງການ ຢູ່ເຮືອນ ບໍ່ອອກໄປບ່ອນສາທາລະນະ ຖ້າບໍ່ຈຳເປັນ ຍິ່ງຈຳກັດຕົນເອງຢູ່ເຮືອນໄດ້ດີເທົ່າໃດ ກໍຍິ່ງຊ່ວຍຫຼຸດຄວາມສ່ຽງການຕິດ ຫຼື ກະຈາຍເຊື້ອໄດ້ດີເທົ່ານັ້ນ ແຕ່ຖ້າຕ້ອງອອກໄປຂ້າງນອກ ໝາຍເຖິງທ່ານສ່ຽງຕໍ່ການຕິດເຊື້ອທັນທີ ສະນັ້ນ ໃສ່ຜ້າອັດປາກ-ດັງທຸກຄັ້ງ ໃສ່ຖືກວິທີ ແລະ ຖີ້ມຢ່າງຖືກວິທີ.