ສຳລັບບ້ານເຮົາ ເຖິງແມ່ນວ່າ ການຕ້ານສໍ້ລາດບັງຫຼວງຈະສຳເລັດການກວດກາ ແລະ ແກ້ໄຂບັນຫາ ຫຼື ຄະດີສໍ້ລາດບັງຫຼວງໄດ້ຈຳນວນໜຶ່ງ ແຕ່ກໍອາດຍັງມີບາງຈຳນວນທີ່ບໍ່ຄວນຖືເບົາ ສືບຕໍ່ກວດສອບ ໂດຍສະເພາະ ວຽກດ້ານບໍລິ ຫານໃນຫຼາຍໜ່ວຍງານ ເພາະຜູ້ຂຽນກໍໄດ້ຍິນຫາງສຽງມາວ່າ: ບາງທີ່ຝ່າຍບໍລິຫານຮູ້ດີເລື່ອງງົບປະມານການເງິນ ຈຶ່ງຊອກວິທີຂຶ້ນແຜນນຳໃຊ້ເງິນໃຫ້ເຂົ້າກະເປົາຕົນເອງ ໃນຮູບແບບຈັດຊື້ວັດຖຸອຸປະກອນ ຮູບແບບລົງວຽກພື້ນຖານ ທັງໆທີ່ຮູ້ດີວ່າ ມັນບໍ່ຈຳເປັນຈ່າຍງົບປະມານນັ້ນ.
ອາທິດຜ່ານມາ ຖ້າໃຜຕິດຕາມອ່ານຂ່າວກໍຈະໄດ້ຮູ້ວ່າ ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເຕືອນຫຼາຍໜ່ວຍງານການຈັດຕັ້ງພາກລັດໃຫ້ຊ່ອຍກັນປະຢັດ ບໍ່ໃຫ້ຊື້ພາຫະນະຕື່ມ ທີ່ບໍ່ຈຳເປັນ ເພາະມັນເປືອງງົບປະມານ ແທນທີ່ຈະນຳງົບປະມານມາສ້າງບຸຄະລາກອນ ເພາະຢ່າລືມວ່າ ຖ້າຫຼາຍໜ່ວຍງານໄດ້ຊັບພະຍາກອນມະນຸດມີຄຸນນະພາບ ເຮັດວຽກກໍຈະໄດ້ວຽກແບບມີປະສິດທິພາບ ດັ່ງນັ້ນ ການສ້າງຄົນ ພັດທະນາຄົນດ້ວຍການສຶກສາຍົກລະດັບຄວາມຮູ້ ຈຶ່ງເຫັນວ່າເປັນສິ່ງຈຳເປັນດີກວ່າຊື້ວັດຖຸບໍ່ຈຳເປັນ.
ມາດຕາ 25 ຂອງກົດໝາຍ ຕ້ານການສໍ້ລາດບັງຫຼວງ ຂໍ້ 7 ຂຽນວ່າ: ຫ້າມຜູ້ມີຕຳແໜ່ງບັນຈຸ ຊັບຊ້ອນ ຫຼື ແຕ່ງຕັ້ງຜົວ ຫຼື ເມຍ ລູກ ຍາດໃກ້ສິດຂອງຕົນ ເຂົ້າໃນຕຳແໜ່ງນຳພາຂົງເຂດວຽກງານ… ສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫຼວງ ເຊັ່ນ: ວຽກຈັດຕັ້ງ ວຽກກວດກາ ການເງິນບັນຊີ ຄັງເງິນ ຈັດຊື້ຈັດຈ້າງ… ເທົ່າທີ່ຜູ້ຂຽນຮັບຟັງຫາງສຽງສັງຄົມ ມີບາງຄົນເລົ່າວ່າ: ຜູ້ຄິດຊອກແຜນນຳໃຊ້ງົບປະມານລົງວຽກທ້ອງຖິ່ນກວດກາ ຫຼື ວຽກກ່ຽວຂ້ອງ ເຂົາຈະໃສ່ລາຍຊື່ບັນຈຸໂຕເອງໃນຄະນະຕະຫຼອດ ຫຼື ບໍ່ດັ່ງນັ້ນ ກໍອ້າງເຫດຜົນບາງໜ້າວຽກວ່າ ຕ້ອງລົງໄປແກ້ໄຂດ້ວຍຕົນເອງ ເຊິ່ງລັກສະນະແບບນີ້ ພວກໂກງຈະນຳໃຊ້ງົບປະມານເທື່ອລະໜ້ອຍ ຈະເອີ້ນວ່າ ຊອກທາງກິນເທື່ອລະໜ້ອຍຄືຊິບໍ່ຜິດ ບາງວຽກສາ ມາດໂທສັ່ງແກ້ໄຂຈາກສູນກາງໄດ້ ແຕ່ບໍ່ເຮັດ ແນວບໍ່ໄດ້ໃຊ້ງົບ…
ການກິນສິນບາດຄາດສິນບົນ ຫຼື ວາງແຜນຈ່າຍງົບປະມານໃນທາງທີ່ບໍ່ຈຳເປັນ ຈະມີໃນຫົວສະໝອງຜູ້ມັກກິນຢ່າງດຽວ ສັງເກດໄດ້ວ່າ ພວກນີ້ດ້ານອື່ນບໍ່ຄ່ອຍເກ່ງ ແຕ່ຖ້າເວົ້າເລື່ອງຫາວິທີກິນແລ້ວ ຕາພາມເອີ້ນພໍ່ ຫຼັກໂລບວາງແຜນຈ່າຍງົບບໍ່ຈຳເປັນຄິດວ່າເປັນກົນໂກງທີ່ຄວນແກ້ໄຂ.
ສະເໜີແລກປ່ຽນ.