ມອບ-ຮັບຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ເກົ່າ-ຜູ້ໃໝ່

    ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູວົງ ວົງຄໍາຊາວ ຫົວໜ້າໂຄສະນາອົບຮົມນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ໃໝ່ ຈັດຂຶ້ນວັນທີ 22 ກຸມພາ 2021 ທີ່ຫ້ອງວ່າການປົກຄອງ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າພະແນກການ ອົງການທຽບເທົ່າ ຫົວໜ້າໂຄສະນາອົບຮົມ 9 ຕົວເມືອງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຈັດຕັ້ງ ນວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມ ນວ ວ່າ: ອີງຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງເຈົ້າຄອງ ນວ ອີງຕາມມາດຕາ 19,20 ຂອງກົດໝາຍວ່າດ້ວຍປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ສະບັບເລກທີ 68/ສພຊ ກ່ຽວກັບພາລະບົດບາດສິດ ແລະ ໜ້າທີ່ຂອງເຈົ້າແຂວງ ເຈົ້າຄອງ ນວ ອີງຕາມໜັງສືແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 366/ຄຈສພ ລົງວັນທີ 18 ທັນວາ 2020 ອີງຕາມມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນ ນວ ຊຸດທີ I ສະບັບເລກທີ 096/ຄປຈ.ສປນວ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງຮອງເຈົ້າຄອງ ນວ ແລະ ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງຄະນະຈັດຕັ້ງ ນວ ສະບັບເລກທີ 1423/ຄຈນວ ເຈົ້າຄອງ ນວ ຕົກລົງແຕ່ງຕັ້ງທ່ານ ພູວົງ ວົງຄໍາຊາວ ຫົວໜ້າໂຄສະນາອົບຮົມ ນວ ຜູ້ເກົ່າ ເປັນຮອງເຈົ້າຄອງ ນວ ແລະ ອີງຕາມມະຕິຕົກລົງຂອງຄະນະປະຈໍາພັກ ນວ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມ ນວ ສະບັບເລກທີ 1017/ຄພນວ ຄະນະປະຈໍາພັກ ນວ  ຕົກລົງແຕ່ງຕັ້ງສະຫາຍ ຊົງເລົ່າ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ມາຮັບຕໍາແໜ່ງເປັນຫົວໜ້າຄະນະໂຄສະນາອົບຮົມ ນວ.

​                                  # ຂ່າວ & ພາບ: ຂັນທະວີ

error: Content is protected !!