ວັນທີ 19 ກຸມພາ 2021 ທ່ານ ສຸພົນ ຈັນທະວີໄຊ ອໍານວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມຄະນະ ໄດ້ຕ້ອນຮັບຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນຈໍານວນ 6 ທ່ານ ທີ່ໄດ້ເຄື່ອນໄຫວພົບປະໂຄສະນາຫາສຽງກັບພະນັກງານ-ລັດຖະກອນຜູ້ມີສິດເລືອກຕັ້ງຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊິ່ງເປັນຈຸດສຸດທ້າຍໃນການລົງໂຄສະນາຫາສຽງຂອງຄະນະດັ່ງກ່າວ ນໍາໂດຍທ່ານ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກສະໄໝທີ XI ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ສະມາຊິກສະພາແຫ່ງຊາດຊຸດທີ VIII.
ການລົງໂຄສະນາຫາສຽງຄັ້ງນີ້ ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ຮັບຟັງການລາຍງານຜົນງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈາກນັ້ນ ຜູ້ສະໝັກຮັບເລືອກຕັ້ງໄດ້ຜັດປ່ຽນກັນສະເໜີປະຫວັດຂອງຕົນໂດຍຫຍໍ້ຕາມລໍາດັບ ພ້ອມນັ້ນ ໄດ້ສະເໜີຜົນງານການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.