ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ 

    ວັນທີ 9 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕິ ສະຫາຍ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງສະຫາຍ ພົນ ຈັດຕະວາ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.

    ໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ສະໜິດສະຫນົມ ພ້ອມກັບລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຕໍ່ກັບສະຫາຍພົນຈັດຕະວາ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ທີ່ມາເຄື່ອນໄຫວເຮັດວຽກກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

    ສະຫາຍພົນຈັດຕະວາ ຫງວຽນ ຮຸງ ຖັງ ໄດ້ກ່າວສະແດງຄວາມຂອບໃຈທີ່ທ່ານຮອງນາຍົກໃຫ້ກຽດຕ້ອນຮັບຄັ້ງນີ້ ພ້ອມທັງກ່າວຈຸດປະສົງໃນການມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານໄດ້ຮັບຊາບອີກດ້ວຍ ອັນເປັນການປະກອບສ່ວນເສີມສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ ສອງລັດ ປະຊາຊົນສອງຊາດ ໃຫ້ໄດ້ຮັບການພັດທະຍາຢ່າງບໍ່ຢຸດຢັ້ງ.

error: Content is protected !!