ຜູ້ລັກລອບນຳເຂົ້າຜ້າອັດປາກທີ່ບໍ່ໄດ້ມາດຕະຖານ ແລະ ຂາຍເກີນລາຄາ ຖືກກັກຕົວແລ້ວ 

     ວັນທີ 7 ເມສາ 2020 ຜ່ານມາ ພັນໂທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ນັກຂ່າວ ປກສ ນວ ຊາບວ່າ: ໃນວັນທີ 28 ມີນາ 2020 ເຈົ້າໜ້າທີ່ຕຳຫຼວດພະແນກປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ກັກຕົວຜູ້ລັກລອບນໍາເຂົ້າຜ້າອັດປາກທີ່ບໍ່ໄດ້ມາດຕະຖານ ແລະ ຂາຍເກີນລາຄາທີ່ທາງການໄດ້ກຳນົດໃຫ້ ໄດ້ 1 ຄົນຄື: ທ້າວ ຮ່ວງວັນຕ້ວນ ອາຍຸ 33 ປີ (ສັນຊາດຫວຽດນາມ) ຢູ່ເຂດບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນຂະນະທີ່ຜູ້ກ່ຽວນຳເອົາຜ້າອັດປາກໄປສົ່ງລູກຄ້າ ຜ່ານການກວດກາ ພົບເຫັນຜ້າອັດປາກຈຳນວນ 50 ແກັດ ມີຈຳນວນ 350 ກັບ ມາສອບສວນຂະຫຍາຍຜົນ.

    ຜ່ານການສອບສວນ ທ້າວຮ່ວງວັນຕ້ວນ ໄດ້ຮັບສາລະພາບວ່າ: ສິນຄ້າປະເພດຜ້າອັດປາກຈຳນວນດັ່ງ ກ່າວ ແມ່ນຂອງຕົນແທ້ ແລະ ໄດ້ນຳມາແຕ່ປະເທດຫວຽດນາມ ຜ່ານດ່ານສາກົນຫຼັກຊາວ (ດ່ານນໍ້າພ້າວ) ໂດຍບໍ່ໄດ້ເສຍພາສີນໍາເຂົ້າ ເພື່ອມາສົ່ງໃຫ້ລູກຄ້າທີ່ສັ່ງຊື້ທາງອອນລາຍ ເຊິ່ງຜູ້ກ່ຽວຊື້ມາລາຄາແກັດລະ 400.000 ກີບ ລວມມູນຄ່າຊື້ທັງໝົດ 20.000.000 ກີບ ແລະ ໄດ້ເອົາໄປຂາຍກັບລະ 140.000 ກີບ ຫຼື 1 ແກັດ 7.000.000 ກີບ ຫຼື ເທົ່າກັບ 3 ຮ້ອຍກວ່າລ້ານກີບ ໂດຍທີ່ບໍ່ໄດ້ເສຍພັນທະໃຫ້ແກ່ລັດຖະບານ.

    ພັທ ສຸລິວັນ ລາດຊະວົງ ຍັງໄດ້ກ່າວອີກວ່າ: ຕໍ່ກັບການກະທຳດັ່ງກ່າວ ເຫັນວ່າເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາແຫ່ງ ສປປ ລາວ ສະບັບປັບປຸງປີ 2017 ມາດຕາ 277 ໃນສະຖານການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ມາດຕາ 284 ຂອງປະມວນກົດໝາຍອາຍາແຫ່ງ ສປປ ລາວ ສະບັບປັບປຸງປີ 2017 ໃນສະຖານນຳເຂົ້າ ຫຼື ສົ່ງອອກສິນຄ້າໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ຍັງລະເມີດຕໍ່ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0328/ອຄກຄພນ ລົງວັນທີ 26 ມີນາ 2020 ວ່າດ້ວຍການກຳນົດລາຄາຜ້າອັດປາກ-ດັງແຕ່ລະຊະນິດ.

     ຕໍ່ກັບສິນຄ້າຈຳນວນດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດໄດ້ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມກັນແກ້ໄຂ ປັດຈຸບັນຢຶດສິນຄ້າໄວ້ ເພື່ອລາຍງານຂໍທິດຊີ້ນຳຈາກຂັ້ນເທິງ.

error: Content is protected !!