ການຕິດຕາມສະພາບພູມອາກາດໃຫ້ແກ່ຊາວກະສິກອນໃນໄລຍະພາວະສຸກເສີນ Covid-19

    ໃນພາວະສຸກເສີນ ການລະບາດຂອງພະຍາດ covid-19 ບັນດາພະນັກງານທີ່ເຮັດວຽກຮ່ວມກັບອົງການອາຫານ ແລະ ການກະເສດ FAO (ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອປັບປຸງການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານໃນ ສປປ ລາວ) ແມ່ນໄດ້ສືບຕໍ່ເຮັດວຽກຢູ່ບ້ານເຮືອນຕົນເອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາວກະສິກອນໃນລະດູການຜະລິດທີ່ຈະມາເຖິງນີ້.​ 

    ໃນການເຮັດວຽກຄືດັ່ງກ່າວ ທາງໂຄງການໄດ້ສະໜອງຄອມພິວເຕີໂນດບຸກ ແລະ ສະໜອງການເຊື່ອມຕໍ່ສັນຍານອິນເຕີເນັດໃຫ້ກັບພະນັກງານແຕ່ລະຄົນ ເພື່ອໃຫ້ທຸກຄົນສາມາດເຮັດວຽກທາງໄກໄດ້ ນອກຈາກນັ້ນ ການປະຊຸມກັນພາຍໃນກະຊວງໄດ້ຈັດຂື້ນເປັນປະຈຳ ໂດຍນຳໃຊ້ໂປຣແກຣມ Skype Zoom ຫຼື Facebook ແລະ ການຕິດຕໍ່ສື່ສານພາຍໃນທີມງານດຽວກັນ ແມ່ນໄດ້ນຳໃຊ້ກຸ່ມ WhatsApp ສິ່ງສຳຄັນ ຄືການເຝິກອົບຮົມກ່ຽວກັບພາບຈຳລອງຂັ້ນສູງທີ່ຈັດຂື້ນໂດຍທີ່ປຶກສາສາກົນ ກໍໄດ້ໃຊ້ຮູບແບບໂປຣແກຣມ Zoom ຫຼື Skype ນີ້ແມ່ນເປັນປັດໄຈສຳຄັນທີ່ຈະຕ້ອງໄດ້ດຳເນີນຕໍ່ໄປອັນຍາວນານໃຫ້ກັບພະນັກງານລັດ ເພື່ອຊ່ວຍໃຫ້ກາຍເປັນຜູ້ມີຄວາມຊ່ຽວຊານຂັ້ນສູງດ້ານອຸຕຸກະເສດ ແລະ ອຸຕຸນິຍົມ ຕໍ່ໄປ.​

    ພະນັກງານອຸຕຸນິຍົມ ແລະ ອຸທົກກະສາດ ແມ່ນໄດ້ຮັບການແນະນຳໃນການສານຕໍ່ສ້າງຂໍ້ມູນພູມອາກາດປະຈຳອາທິດ ຂໍ້ມູນ (LaCSA) ພ້ອມນີ້ຍັງໄດ້ອັບເດດລົງໃນເວັບໄຊພະຍາກອນອາກາດລະດູການປະຈຳຫົກເດືອນຕໍ່ໜ້າ.

    ໜ້າເຟສບຸກຂອງແຂວງ https://www.facebook.com/samisdmh ຂໍ້ມູນເຫຼົ່ານີ້ ແມ່ນມີຄວາມສຳຄັນຫຼາຍ ສຳລັບການວາງແຜນຜະລິດເຂົ້ານາປີຂອງກະຊວງກະສິກຳ ແລະ ປ່າໄມ້ ພ້ອມດຽວກັນນີ້້ ການປະກາດຂ່າວພະຍາກອນອາກາດ ແມ່ນຍັງມີຄວາມສຳຄັນເຊັ່ນດຽວກັນສຳລັບຊາວກະສິກອນ ເພື່ອຊ່ວຍເຮັດໃຫ້ເຂົາເຈົ້າເລີ່ມກຽມແຜນນຳໃຊ້ແນວພັນດີທີ່ສຸດສຳລັບລະດູການໜ້າ ໂດຍອີງໃສ່ເງື່ອນໄຂສະພາບອາກາດທີ່ໄດ້ແຈ້ງການໄປ ຂໍ້ມູນ LaCSA ສະບັບປັບປຸງໃໝ່ ປະກອບດ້ວຍໂສມໜ້າອັນທັນສະໄໝ ພ້ອມດ້ວຍເປີດໂອກາດໃຫ້ຊາວກະສິກອນສະແດງຄໍາຄິດເຫັນຜ່ານອອນລາຍ ເຊິ່ງຈະມີຂື້ນໃນທ້າຍເດືອນພຶດສະພານີ້.
​   ປັດຈຸບັນນີ້ ພະນັກງານຈາກກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ກຳລັງຂຸ້ນຂ້ຽວເປັນເປັນພິເສດ ໃນການສ້າງແຜນທີ່ການຜະລິດກະສິກຳ ທີ່ໃຫ້ສະໜັບສະໜູນໂດຍໂຄງການ SAMIS ທີ່ໄປຈະຊ່ວຍເຮັດໃຫ້ຊາວກະສິກອນລາວ ມີສະມັດຕະພາບໃນການຜະລິດໄດ້ຫຼາຍຂື້ນກ່ວາເກົ່າ ພ້ອມດຽວກັນນີ້ ການພັດທະນາແຜນທີ່ຄວາມສ່ຽງດ້ານສະພາບອາກາດແບບມີສ່ວນຮ່ວມ ແລະ ແຜນທີ່ປະກອບອາຊີບຊາວກະສິກອນ ຍັງຈະຕ້ອງເອົາໃຈໃສ່ເຊ່ັນດຽວກັນ.​

    ແຜນທີ່ພູມອາກາດ ແລະ ແຜນທີ່ປະກອບອາຊີບ ທີ່ກຳລັງໄດ້ຮັບການພັດທະນາ ປັດຈຸບັນນີ້ ທັງໝົດແມ່ນໄດ້ມາຈາກການປະກອບສ່ວນມາຈາກທ້ອງຖິ່ນລະຫວ່າງການປະຊຸມເມື່ອເດືອນກຸມພາຜ່ານມາ ໂດຍການຮ່ວມມືຈາກອົງການ CIAT (ສູນກາງກະສິກຳເຂດຮ້ອນນາໆຊາດ) ການນຳໃຊ້ເຕັກໂນໂລດິຈິຕອນເພື່ອເພີ່ມການຜະລິດແຜ່ນທີ່ ກຳລັງໄດ້ຮັບການສະຫຼຸບຕອນນີ້.

    ສອງຂະແໜງການດັ່ງກ່າວນີ້ ແມ່ນກຳລັງສຸມໃສ່ຫນ້າວຽກອັນສຳຄັນ ຄືການກະກຽມສ້າງແຜນທີ່ພູມອາກາດຄັ້ງທຳອິດໃນ ສປປ ລາວ ເຊິ່ງກົມອຸຕຸນິຍົມ ແລະ ອຸທົກະສາດ ປັດຈຸບັນນີ້ແມ່ນກະກຽມສະຫຼຸບຊຸດຂໍ້ມູນສັງເກດການພູມອາກາດທັງໝົດ ເຊິ່ງຂໍ້ມູນດັ່ງກ່າວນີ້ຈະໄດ້ຖືກນຳໄປໃຊ້ເປັນເຄື່ອງມືປຽບທຽບ ເຊິ່ງປັດຈຸບັນນີ້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກຳລັງສັງລວມຂໍ້ມູນປະຈຳວັນ ໂດຍການຊ່ວຍເຫຼືອຈາກສະຖາບັນເຕັກໂນໂລຊີຂອງອາຊຽນ ປະຈຳບາງກອກປະເທດໄທ.​

    ບັນດາກິດຈະກຳເຫຼົ່າ ນີ້ມີຈຸດປະສົງເພື່ອປັບປຸງການຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນ ແລະ ນໍາເອົານະວັດຕະກຳໃໝ່ໆມາປັບປ່ຽນຮູບແບບການຜະລິດກະສິກຳໃຫ້ມີປະສິດທິພາບ ເພື່ອຕອບໂຕ້ກັບການປ່ຽນແປງດິນຟ້າອາກາດ ດ້ວຍການເພີ່ມສັກກະຍະພາບການຜະລິດຂອງຊາວກະສິກອນທີ່ມີຢູ່ປັດຈຸບັນໃຫ້ດີຂື້ນ ເພື່ອຮັບມືກັບການປັບຕົວຂອງສະພາບອາກາດໃນລະດູການຜະລິດຕໍ່ໄປ.​

    ໃນສະຖານະການສຸກເສີນຂອງການລະບາດພະຍາດໂຄວິດຄືແນວນີ້ ພະນັກງານລັດຖະກອນທຸກຄົນ ແມ່ນກຳລັງຊອກຫາ ແລະ ແກ້ໄຂບັນຫາດ້ວຍຮູບການໃໝ່ ຄືການເຮັດວຽກຜ່ານທາງໄກ ໃຊ້ເວລາການເຝິກອົບຮົມ ປະສົບການ ແລະ ພິຈາລະນາເອົາເຕັກນິກວິທີການເຮັດວຽກທີ່ມີລັກສະນະອິດສະຫຼະ ພາຍໃຕ້ສະຖານະການສຸກເສີນ ແລະ ຫຍຸ້ງຍາກ.

error: Content is protected !!