ການກະກຽມເລືອກຕັ້ງ ມີຄວາມພ້ອມຮອບດ້ານ ມີໜ່ວຍເລືອກຕັ້ງທົ່ວປະເທດ 7 ພັນກວ່າໜ່ວຍ

   ມາຮອດປັດຈຸບັນ ການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ແມ່ນໄດ້ດຳເນີນມາດ້ວຍຄວາມຮັບຜິດຊອບການເມືອງ ຄວາມເປັນເຈົ້າການ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ຂອງທົ່ວພັກ-ລັດ ທົ່ວປວງຊົນລາວໃນຂອບເຂດທົ່ວປະເທດ ແລະ ມີຄວາມພ້ອມຢ່າງຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການດຳເນີນການປ່ອນບັດເລືອກຕັ້ງ ສາມາດດຳເນີນໄປຕາມແຜນການ ແລະ ກຳນົດເວລາທີ່ວາງໄວ້ ໃນວັນອາທິດ ວັນທີ 21 ກຸມພາ 2021 ຢູ່ໃນຂອບເຂດທົ່ວປະເທດ. 

    ໃນວັນທີ 18 ກຸມພາ 2021 ທີ່ສະພາແຫ່ງຊາດ ຫຼັກ 6 ທ່ານ ປອ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ ກໍາມະການອະນຸກໍາມະການເລຂານຸການ ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ນະຄອນຫຼວງ ຊຸດທີ II ໃນທົ່ວປະເທດ ວ່າ: ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຄົ້ນຄວ້າ ກວດກາ ພິຈາລະນາ ແລະ ຕົກລົງຮັບຮອງເອົາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ປະກາດຈຳນວນລາຍຊື່ ແລະ ຄຸນລັກສະນະຂອງຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ຢ່າງເປັນທາງການ ໃນນັ້ນ ຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດມີ 224 ທ່ານ ຍິງ 49 ທ່ານ ເລືອກເອົາ 164 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງມີ 789 ທ່ານ ຍິງ 227 ທ່ານ ເລືອກເອົາ 492 ທ່ານ ແລະ ໃນການເລືອກຕັ້ງຄັ້ງນີ້ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ ມີທັງໝົດ 4.279.243 ຄົນ ເປັນຍິງ 2.128.167 ຄົນ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7.217 ໜ່ວຍໃນທົ່ວປະເທດ ໃນນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ເຊິ່ງມີພົນລະເມືອງລາວຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 13.404 ຄົນ ຍິງ 5.493 ຄົນ. 

    ໃນໂອກາດນີ້ ສະເໜີໃຫ້ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ກໍຄືປວງຊົນລາວທັງຊາດ ຈົ່ງສືບຕໍ່ເອົາໃຈໃສ່ໃນການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຮັດໃຫ້ບັ້ນເລືອກຕັ້ງທົ່ວປະເທດທີ່ຈະດໍາເນີນຂຶ້ນໃນວັນອາທິດທີ 21 ກຸມພາ 2021 ນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ດໍາເນີນໄປດ້ວຍບັນຍາກາດມ່ວນຊຶື່ນ ມີປະຊາທິປະໄຕ ຖຶກຕ້ອງຕາມກົດໝາຍ ປະຫຍັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍຮັບປະກັນໃຫ້ໄດ້ 300%.

                # ຂ່າວ & ພາບ: ເພັດສະໝອນ

error: Content is protected !!