ສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ 6 ແຂວງພາກກາງ

    ກອງປະຊຸມສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ 6 ແຂວງພາກກາງ (ນະຄອນຫຼວງວຽງຈັນ ວຽງຈັນ ໄຊສົມບູນ ບໍລິຄໍາໄຊ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ) ຄັ້ງທີ 10 ຈັດຂຶ້ນວັນທີ 16-17 ກຸມພາ 2021 ຢູ່ເມືອງອະນຸວົງ ແຂວງໄຊສົມບູນ ໂດຍເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະ ຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມີບັນດາຮອງເຈົ້າແຂວງ ກົມ ພະແນກ ຖວທ ນະຄອນຫຼວງ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການທ່ອງທ່ຽວ ເປັນຂະແໜງການເສດຖະກິດທີ່ມີທ່າແຮງການຂະ ຫຍາຍສູງສົມຄວນ ສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດຫຼາຍອັນດັບ 3 ຂອງ ສປປ ລາວ ທັງເປັນຂະແໜງທີ່ສ້າງວຽກເຮັດງານທໍາໃຫ້ປະຊາຊົນທັງໃນເຂດຕົວເມືອງ ແລະ ຊົນນະບົດ ການທ່ອງທ່ຽວລາວຍັງມີທ່າກ້າວຂະຫຍາຍຕົວໃນຈັງຫວະທີ່ດີ ທຽບໃສ່ຂະແໜງເສດຖະກິດອື່ນ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ 6 ແຂວງພາກກາງ 15 ລ້ານກວ່າຄົນ ກວມເອົາ 52,58% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວທົ່ວປະເທດ ແຕ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເລີ່ມແຕ່ເດືອນມີນາ 2020 ເປັນຕົ້ນມາ ນັກທ່ອງທ່ຽວສາກົນ ຍົກເລີກລາຍການທ່ອງທ່ຽວ ການຈອງທີ່ພັກ ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ຈໍານວນນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ຫຼຸດລົງ 81% ທຽບໃສ່ໄລຍະດຽວກັນຂອງປີ 2019 ນອກນີ້ ຍັງເຮັດໃຫ້ສັງຄົມຕ້ອງປັບປຸງວິຖີການດໍາລົງຊີວິດຄືນໃໝ່ ໂດຍການໃຫ້ຄວາມສໍາຄັນຕໍ່ບັນຫາສຸຂະພາບຫຼາຍຂຶ້ນ ທ່າອ່ຽງ ແລະ ການປ່ຽນແປງພຶດຕິກໍາຂອງນັກທ່ອງທ່ຽວໃນຕໍ່ໜ້າ ຈະໃຫ້ຄວາມສົນໃຈກິດຈະກໍາທ່ອງທ່ຽວໃນເຂດຊົນນະບົດ ແລະ ທໍາມະຊາດຫຼາຍຂຶ້ນ ມີການບໍລິການທີ່ໄດ້ມາດຕະຖານດ້ານຄວາມສະອາດ ແລະ ປອດໄພ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝຫຼາຍຂຶ້ນ ໃນການຊອກຫາຂໍ້ມູນຂ່າວສານ ແລະ ຊໍາລະການໃຊ້ຈ່າຍໃນການເດີນທາງໂດຍຜ່ານລະບົບດີຈີຕອນ ຫຼຸດຜ່ອນການສໍາຜັດເງິນສົດ.

    ປັດຈຸບັນ ລັດຖະບານໄດ້ຄ່ອຍທະຍອຍອອກມາດຕະການຜ່ອນຜັນ ເພື່ອຊ່ວຍຟື້ນຟູການທ່ອງທ່ຽວໃຫ້ກັບເຂົ້າສູ່ສະພາບທີ່ດີຂຶ້ນເທື່ອລະກ້າວ ເພີ່ມທະວີໂຄສະນາສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ຫຼາຍຂຶ້ນ ໂດຍການສົມທົບກັບພາກສ່ວນທຸລະກິດ ໃນການສ້າງລາຍການທ່ອງທ່ຽວ ແລະ ຫຼຸດລາຄາເຄືອຂ່າຍການບໍລິການການທ່ອງທ່ຽວຫຼາຍຢ່າງ ໃນໄລຍະໃກ້ໆນີ້ ກະຊວງ ຖວທ ກໍໄດ້ກະກຽມກໍານົດແນວທາງຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ແຕ່ປີ 2021-2025 ໂດຍສຸມໃສ່ 5 ເປົ້າໝາຍ ຄື: ຟື້ນຟູເສດຖະກິດ ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຟື້ນຟູ ປັບປຸງຄຸນນະພາບຂອງສະຖານທີ່ທ່ອງທ່ຽວ ຫຼື ຈຸດໝາຍປາຍທາງຂອງການທ່ອງທ່ຽວ ໂຄສະນາການ ທ່ອງທ່ຽວ ໂດຍການກໍານົດຕະຫຼາດເປົ້າໝາຍຄືນໃໝ່ ແລະ ສຸມໃສ່ໂຄສະນາດ້ວຍລະບົບເຕັກໂນໂລຊີ ແລະ ການຮ່ວມມືລະຫວ່າງພາກລັດ-ທຸລະກິດ-ປະຊາຊົນ.

​# ຂ່າວ & ພາບ: ສະບາໄພ

error: Content is protected !!