ນວ ມີຄວາມພ້ອມຮອບດ້ານໃນການດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສ ນວ ຊຸດທີ II

    ວັນທີ 18 ກຸມພາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານນາງ ຄຳຟອງ ພູມວົງໄຊ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ຮອງປະທານສະພາປະຊາຊົນນະຄອນຫຼວງ (ສສ ນວ) ຄະນະກຳມະການເລືອກຕັ້ງຂັ້ນ ນວ ຄະນະປະຈຳການ ໄດ້ຕາງໜ້າໃຫ້ຄະນະກຳມະການເລືອກຕັ້ງຂັ້ນ ນວ ຖະແຫຼງຂ່າວກ່ຽວກັບຄວາມພ້ອມໃນການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສສ ນວ ຊຸດທີ II ທີ່ຈະດຳເນີນໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ວ່າ: ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສ ນວ ຊຸດທີ II ແມ່ນເຫດການການເມືອງທີ່ສຳຄັນຂອງຊາດລາວເຮົາ ເຊິ່ງຢູ່ ນວ ພາຍຫຼັງໄດ້ຮັບການຊີ້ນຳຈາກຄະນະກຳມະການເລືອກຕັ້ງລະດັບຊາດ ກໍໄດ້ຮີບຮ້ອນແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນ ນວ ແຕ່ງຕັ້ງ 5 ອະນຸກຳມະການຊ່ວຍວຽກ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງລົງຮອດຂັ້ນຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງທັງໝົດໃນທົ່ວນະຄອນຫຼວງວຽງຈັນ ຈາກນັ້ນ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກໄປຕາມ 4 ບາດກ້າວທີ່ກຳນົດຢູ່ໃນແຜນດຳເນີນງານ ເປັນຕົ້ນ ການແບ່ງຄວາມຮັບຜິດຊອບພາຍໃນຄະນະ ປຶກສາຫາລືຄົ້ນຄວ້າວຽກງານທີ່ສໍາຄັນ ແລະ ຈໍາເປັນ ໂດຍອີງໃສ່ມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ໃນກົດໝາຍ ເຊິ່ງສາມາດສະຫຼຸບໄດ້ຄື: ຄົ້ນຄວ້າ ທາບທາມ ຄັດເລືອກເປົ້າໝາຍຜູ້ລົງສະໝັກຮັບເລືອກຕັ້ງ ແລະ ລາຍງານໃຫ້ຄະນະກຳມະການເລືອກຕັ້ງລະດັບຊາດຮັບຮອງ ໃນ ນວ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດ ທີ IX ຈຳນວນ 23 ທ່ານ ຍິງ 6 ທ່ານ ຜູ້ສະໝັກຮັບເລືອກຕັ້ງເປັນ ສສ ນວ ຈຳນວນ 49 ທ່ານ ຍິງ 12 ທ່ານ ເລືອກເອົາ 35 ທ່ານ ໄດ້ຮັບຮອງເອົາຈຳນວນພົນລະເມືອງທັງໝົດ 871.462 ຄົນ ຍິງ 438.122 ຄົນ ໃນນັ້ນຜູ້ມີສິດເລືອກຕັ້ງມີ 600.469 ຄົນ ຍິງ 304.669 ຄົນ ແລະ ມີໜ່ວຍເລືອກຕັ້ງ 839 ໜ່ວຍ ໃນນີ້ ໜ່ວຍເລືອກຕັ້ງຢູ່ສະຖານທູດ ສະຖານກົງສູນ ແລະ ສຳນັກຜູ້ຕາງໜ້າຖາວອນຂອງ ສປປ ລາວ ຢູ່ຕ່າງປະເທດ 40 ໜ່ວຍ ໄດ້ຈັດຕັ້ງເຝິກອົບຮົມໃຫ້ພະນັກງານຫຼັກແຫຼ່ງຢູ່ອົງການຈັດຕັ້ງຂັ້ນຕ່າງໆຮອດຂັ້ນບ້ານໄດ້ທັງໝົດ 378 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 205.924 ຄົນ ຍິງ 75.544 ຄົນ ທຸກໜ່ວຍປ່ອນບັດເລືອກຕັ້ງ ໄດ້ແບ່ງຄວາມຮັບຜິດຊອບ ແລະ ໄດ້ກະກຽມຢ່າງເປັນລະບົບຄົບຊຸດ ເຊິ່ງພ້ອມແລ້ວທີ່ຈະດຳເນີນການປ່ອນບັດເລືອກຕັ້ງ. 

    ສ່ວນການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈຳເຂດເລືອກຕັ້ງທີ 1 ແລະ ສສ ນວ ດຳເນີນມາແຕ່ວັນທີ 9-17 ກຸມພາ 2021 ໄດ້ທັງໝົດ 216 ຈຸດ ມີຜູ້ເຂົ້າຮ່ວມທັງໝົດ 35.281 ຄົນ ຍິງ 7.324 ຄົນ (ການລົງຫາສຽງຈະສຳເລັດໃນວັນທີ 19 ກຸມພາ 2021) ຜ່ານການໂຄສະນາຫາສຽງ ໄດ້ຮັບຄວາມສົນໃຈ ແລະ ຕ້ອນຮັບບັນດາທ່ານຜູ້ສະໝັກຮັບເລືອກຕັ້ງຢ່າງອົບອຸ່ນ ແລະ ມີບັນຍາກາດຟົດຟື້ນດີ ມາຮອດປັດຈຸບັນ ຄະນະກຳມະການເລືອກຕັ້ງຂັ້ນ ນວ ສາມາດຢັ້ງຢືນວ່າ ນວ ມີຄວາມພ້ອມຮອບດ້ານທີ່ຈະດຳເນີນການເລືອກຕັ້ງ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ແລະ ສສ ນວ ຊຸດທີ II ໃນວັນທີ 21 ກຸມພາ 2021 ແລະ ເຊື່ອໝັ້ນວ່າຈະຮັບປະກັນໄດ້ 4 ຄາດໝາຍໃຫຍ່.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!