ທະນາຄານ ICBC ຊ່ວຍເຫຼືອອຸປະກອນດ້ານການແພດ ມູນຄ່າ 1 ຕື້ກວ່າກີບ ແກ່ ສປປ ລາວ

    ທະ­ນາ­ຄານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຈີນ ຈຳ­ກັດ (ICBC) ໄດ້​ມອບ​ອຸ­ປະ­ກອນ​ການ​ແພດ​ໃຫ້​ລັດ­ຖະ­ບານ​ລາວ ເພື່ອ​ປ້ອງ​ກັນ​ພະ­ຍາດ COVID-19 ປະ­ກອບ​ມີ​ຜ້າ​ອັດ​ປາກ​ອະ­ນາ­ໄມ​ສຳ­ລັບ​ທາງ​ການ​ແພດ 150.000 ອັນ ແລະ ເຄື່ອງ​ກວດ​ຫາ​ເຊື້ອ​ໄວ​ຣັສ 2 ເຄື່ອງ ລວມ​ມູນ​ຄ່າ 120.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 1,07 ຕື້​ກວ່າ​ກີບ ພິ­ທີ​ມອບ-ຮັບ​ເຄື່ອງ​ຈຳ­ນວນ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 8 ເມ­ສາ 2020 ຢູ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ມອບ​ໂດຍ​ທ່ານ ຊຸ່ນ ເຟິ່ງ​ເລີຍ ຜູ້­ອຳ­ນວຍ­ການ​ທະ­ນາ­ຄານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຈີນ ຈຳ­ກັດ ແລະ ກ່າວ​ຮັບ​ໂດຍ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ພາກ­ສ່ວນ​ທີ່​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ທ່ານ ຊຸ່ນ ເຟິ່ງ​ເລີຍ ກ່າວ​ວ່າ: ໃນ​ວັນ​ທີ 24 ມີ­ນາ 2020 ສປປ ລາວ ໄດ້​ປະ­ກາດ​ເປັນ​ທາງ​ການ​ວ່າ​ມີ​ຜູ້​ຕິດ­ເຊື້ອ COVID-19 ຄົນ​ທຳ​ອິດ ພະ­ນະ​ທ່ານ ສີ ຈິ້ນ ຜິງ ເລ­ຂາ­ທິ­ການ​ໃຫຍ່ ສປ ຈີນ ໄດ້​ມີ​ຄວາມ​ຫ່ວງ​ໄຍ​ເປັນ​ຢ່າງ​ຍິ່ງ ຕໍ່​ກັບ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ຄວບ​ຄຸມ ແລະ ປ້ອງ​ກັນ​ການ​ລະ­ບາດ​ຂອງ COVID-19 ຢູ່ ສປປ ລາວ ທ່ານ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຈັດ​ຕັ້ງ​ຄະ­ນະ​ຊ່ຽວ­ຊານ ເພື່ອ​ໄປ​ເຮັດ​ວຽກ​ຊ່ວຍ ສປປ ລາວ ໃຫ້​ໄວ​ທີ່​ສຸດ ພ້ອມ​ທັງ​ໄດ້​ຊ່ວຍ­ເຫຼືອ​ອຸ­ປະ­ກອນ​ການ​ແພດ ໂດຍ​ອີງ​ຕາມ​ສະ­ພາບ​ຈຳ­ເປັນ​ຕົວ​ຈິງ​ຂອງ​ລາວ ຝ່າຍ​ຈີນ​ຈະ​ສືບ­ຕໍ່​ໃຫ້­ການ​ສະ­ໜັບ​ສະ­ໜັບ​ໜູນ ແລະ ຊ່ວຍ­ເຫຼືອ​ຢ່າງ­ຮອບ­ດ້ານ.

    ຫຼັງ​ຈາກ​ມີ​ການ​ປະ­ກາດ​ຂ່າວ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ COVID-19 ໃນ​ລາວ ທະ­ນາ­ຄານ ICBC ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ປະ­ສານ​ງານ​ກັບ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ທັນ­ທີ ເພື່ອ​ເກັບ​ກຳ​ສະ­ພາບ​ການ​ການ​ລະ­ບາດ​ໃນ​ປັດ­ຈຸ­ບັນ ແລະ ຄວາມ​ຕ້ອງ­ການ​ດ້ານ​ອຸ­ປະ­ກອນ​ການ​ແພດ ແລະ ລາຍ​ງານ​ສຳ­ນັກ­ງານ​ໃຫຍ່​ຂອງ​ທະ­ນະ​ຄານ​ທັນ­ທີ ໃນ​ເວ­ລາ​ດຽວ​ກັນ​ນັ້ນ ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ກໍ​ໄດ້​ຂະ­ຫຍາຍ​ໄປ​ທົ່ວ​ໂລກ ທະ­ນາ­ຄານ ICBC ໄດ້​ວາງ​ແຜນ​ຊ່ວຍ­ເຫຼືອ​ວຽກ​ງານ​ການ​ຕ້ານ COVID-19 ຢູ່​ຕ່າງ­ປະ­ເທດ​ຢ່າງ​ຕັ້ງ­ໜ້າ ຫຼັງ​ຈາກ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ສະ­ພາບ​ການ​ຢູ່ ສປປ ລາວ ກໍ​ໄດ້​ຈັດ​ປະ­ເທດ​ລາວ ເຂົ້າ​ໃນ​ລາຍ​ຊື່​ເປົ້າ​ໝາຍ​ທີ່​ຈະ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ ແລະ ຊ່ວຍ​ຊອກ​ຫາ​ແຫຼ່ງ​ຈຳ­ໜ່າຍ​ອຸ­ປະ­ກອນ ແລະ ເສັ້ນ­ທາງ​ການ​ຂົນ­ສົ່ງ.

    ທະ­ນາ­ຄານ ICBC ໄດ້​ປຸກ­ລະ­ດົມ​ສາ­ຂາ​ທົ່ວ ສປ ຈີນ ເພື່ອ​ຊ່ວຍ​ຊອກ​ຫາ​ແຫຼ່ງ​ຈຳ­ໜ່າຍ​ອຸ­ປະ­ກອນ ແຕ່​ລະ​ສາ­ຂາ​ກໍ​ໄດ້​ຕອບ​ສະ­ໜອງ​ຢ່າງ​ຕັ້ງ­ໜ້າ ພາຍ​ໃນ 1 ມື້ ສາ­ຂາ​ຈ່ຽງ​ຊີ​ກໍ​ສາ­ມາດ​ຈັດ​ຊື້​ຜ້າ​ອັດ​ປາກ​ອະ­ນາ­ໄມ​ສຳ­ລັບ​ທາງ​ການ​ແພດ​ໄດ້ 150.000 ອັນ ພາຍ​ໃຕ້​ການ​ປະ­ສານ​ງານ​ຊ່ວຍ­ເຫຼືອ​ຈາກ​ສຳ­ນັກ­ງານ​ໃຫຍ່ ທະ­ນາ­ຄານ ICBC ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ສາ­ຂາ​ຈ່ຽງ​ຊີ ສາ­ມາດ​ປະ­ສານ​ງານ​ກັນ​ໄດ້​ຢ່າງ​ວ່ອງ­ໄວ ເຮັດ​ໃຫ້­ການ​ຈັດ​ຊື້ ແລະ ການ​ຂົນ­ສົ່ງ​ຜ່ານ​ໄປ​ໄດ້​ຢ່າງ​ລຸ​ລ່ວງ.

    ໃນ​ການ​ປະ­ສານ​ງານ​ກັບ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຂອງ​ທະ­ນາ­ຄານ​ພວກ​ເຮົາ ຍັງ​ໄດ້​ຮັບ​ຮູ້​ຕື່ມ​ອີ​ກວ່າ ໃນ​ປັດ­ຈຸ­ບັນ ເຄື່ອງ​ກວດ​ຫາ​ເຊື້ອ​ໄວ​ຣັສ​ຢູ່ ສປປ ລາວ ຍັງ​ຂາດ­ແຄນ ເຮັດ​ໃຫ້­ການ​ກວດ​ຫາ​ເຊື້ອ​ຍັງ​ມີ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ ທະ­ນາ­ຄານ ICBC ສຳ­ນັກ­ງານ​ໃຫຍ່ ກໍ​ໄດ້​ປະ­ສານ​ງານ​ຜ່ານ 2 ສາ­ຂາ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ອີກ​ຄັ້ງ​ໜຶ່ງ ກໍ​ຄື​ສາ­ຂາ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ສາ­ຂາ​ຫູ​ໜານ ໂດຍ​ໄດ້​ພົວ­ພັນ​ຫາ​ຫົວ­ໜ່ວຍ​ຜະ­ລິດ​ອຸ­ປະ­ກອນ​ຢູ່​ແຂວງ​ຫູ​ໜານ​ທັນ­ທີ ຜ່ານ​ການ​ແລກ­ປ່ຽນ​ຂໍ້​ມູນ​ຫຼາຍ​ຄັ້ງ ລະ­ຫວ່າງ​ຜູ້​ຜະ­ລິດ ແລະ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ລາວ ສຸດ​ທ້າຍ​ກໍ​ສະ­ຫຼຸບ​ໄດ້​ຂະ­ໜາດ​ຂອງ​ເຄື່ອງ­ມື ຂອບ​ເຂດ​ການ​ນຳ​ໃຊ້ ແລະ ຂໍ້​ມູນ​ອື່ນໆ ໃຊ້​ເວ­ລາ​ທັງ​ໝົດ​ພຽງ​ໜຶ່ງ​ອາ­ທິດ ກໍ​ສາ­ມາດ​ສຳ­ເລັດ​ຂັ້ນ​ຕອນ​ການ​ຈັດ​ຊື້ ແລະ ຂົນ­ສົ່ງ​ອອກ​ຈາກ​ສາງ​ຊາ.

    ທະ­ນາ­ຄານ ICBC ໄດ້​ປະ­ຕິ­ບັດ​ພັນ­ທະ​ຕໍ່​ສັງ­ຄົມ​ຢ່າງ​ຕັ້ງ­ໜ້າ ການ​ຮ່ວມ​ມື​ກັບ​ສັງ­ຄົມ​ລາວ​ຕ້ານ COVID-19 ແມ່ນ​ການ­ສະ­ແດງ​ອອກ​ທີ່​ເປັນ​ຮູບ​ປະ​ທຳ​ຂອງ​ຄູ່​ຮ່ວມ​ຊະ​ຕາ​ກຳ ຄື​ດັ່ງ​ກັບ​ຄຳ​ເວົ້າ​ຂອງ​ທ່ານ ຈຽງ​ຈ້າຍ​ຕົ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສປ ຈີນ ປະ­ຈຳ ສປປ ລາວ ທີ່​ວ່າ: ພະ­ຍາດ​ເຖິງ​ຈະ​ຮ້າຍ​ແຮງ​ປານ­ໃດ ແຕ່​ຄວາມ​ຮັກ­ແພງ​ຈະ​ເອົາ​ຊະ­ນະ​ໄດ້ ການ​ທີ່​ມີ​ພູ­ຜາ​ສາຍ​ນ້ຳ​ຕິດ​ຈອດ​ກັນ ຕ່າງ​ຊ່ວຍ​ຊູ້​ຍູ້​ໜູນ ເປັນ​ພຶດ­ຕິ​ກຳ​ຕົວ​ຈິງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ລາວ-ຈີນ​ຢ່າງ​ແທ້​ຈິງ ລາວ-ຈີນ​ຈະ​ມີ​ອະ­ນາ­ຄົດ​ທີ່​ສົດ­ໃສ​ກວ່າ​ເກົ່າ.

error: Content is protected !!