ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ອອກມາຢັ້ງຢືນວ່າ ພົບຜູ້ຕິດເຊື້ອ COVID-19 ເພີ່ມອີກ 1 ລາຍ ເປັນເພດຍີງ ອາຍຸ 20 ປີ ສັນຊາດລາວ ອາຊີບນັກສຶກສາ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ຜູ້ກ່ຽວບໍ່ໄດ້ກັບບ້ານແຕ່ມື້ລົງຍົນມາ ແລ້ວເດີນທາງໄປຢູ່ເຮືອນສວນກັບກໍລະນີຢັ້ງຢືນ 12) ລວມຍອດມີຜູ້ຕິດເຊື້ອ COVID-19 ຢູ່ ສປປ ລາວ ໃນວັນທີ 8 ເມສາ 2020 ແລ້ວຈຳນວນ 15 ລາຍ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ລາຍງານສະພາບການແຜ່ລະບາດຂອງ COVID-19 ໃນທົ່ວໂລກວ່າ: ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 8 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 209 (ປະເທດ/ເຂດ) ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ມີ 1.424.341 ຄົນ (ໃໝ່ 82.076 ຄົນ) ເສຍຊິວິດ 81.896 ຄົນ (ໃໝ່ 7.242 ຄົນ) ແລະ ປີ່ນປົວຫາຍດີ 301.770 ຄົນ ອັດຕາຄວາມຮ້າຍແຮງເພີມຂຶ້ນເປັນ 5,74% (ມື້ວານນີ້ 5,55%).
ການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 7 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ໄດ້ເກັບຕົວຢ່າງມາກວດ 36 ຄົນ ນະຄອນຫຼວງວຽງຈັນ ຈຳນວນ 28 ຄົນ ແລະ ອີກ 8 ຄົນຈາກ 8 ແຂວງຄື: ແຂວງຈຳປາສັກ ບໍ່ແກ້ວ ໄຊສົມບູນ ຫຼວງນ້ຳທາ ໄຊຍະບູລີ ສະຫວັນນະເຂດ ຄຳມ່ວນ ແລະ ແຂວງອຸດົມໄຊ.
ນັບແຕ່ເດືອນມັງກອນ ຮອດວັນທີ 6 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 781 ຄົນ ກວດພົບເຊື້ອທັງໝົດ 15 ຄົນ (ເພີ່ມ 1 ຄົນ) ແລະ ທັງໝົດແມ່ນນອນປິ່ນປົວ-ຕິດຕາມຢູ່ໂຮງໝໍ.
ສຳລັບປະຫວັດການເດີນທາງຂອງຜູ້ຕິດເຊື້ອ COVID-19 ລາຍທີ 15 ນີ້: ໃນວັນທີ 22 ມີນາ 2020 ເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ມາຮອດສະໜາມບິນສຸວັນນະພູມ ປະເທດໄທ ແລະ ເບີຕັ່ງເລກທີ 68C ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ມາສະໜາມບິນວັດໄຕ ດ້ວຍຖ້ຽວບິນ TG 574 ເລກຕັ່ງນັ່ງ 49A ຜູ້ກ່ຽວໄດ້ນັ່ງມາຖ້ຽວບິນດຽວກັນກັບກໍລະນີຢັ້ງຢືນການຕິດເຊື້ອ COVID-19 ກໍລະນີທີ່ຢັ້ງຢືນ 11 ສັນຊາດປາປົວນິວກີນີ ແລະ ກໍລະນີຢັ້ງຢືນ 12.
ທີ່ສະໜາມບິນສາກົນບິນວັດໄຕ ນ້າສາວຂອງກໍລະນີຢັ້ງຢືນ 12 ໄດ້ມາຮັບຢູ່ສະໜາມບິນວັດໄຕ ແລ້ວເດີນທາງໄປສວນ ເພື່ອຈຳກັດບໍລິເວນຕົນເອງ ວັນທີ 24 ມີນາ 2020 ຫາວັນທີ 4 ເມສາ 2020 ໄດ້ຈຳກັດບໍລິເວນຢູ່ເຮືອນສວນກັບກໍລະນີຢັ້ງຢືນ 12 ວັນທີ 5 ເມສາ 2020 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ ຜູ້ກ່ຽວໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ ຜົນກວດແມ່ນບໍ່ພົບ COVID-19 ກໍໄດ້ກັບຄືນໄປຢູ່ບ້ານສວນກັບນ້າສາວຂອງກໍລະນີທີ 12 ມາວັນທີ 6 ເມສາ 2020 ຍັງມີອາການເຈັບແໜ້ນໜ້າເອິກ ແລະ ຫາຍໃຈຍາກ ໄດ້ແທກອຸນຫະພູມ 37 ອົງສາເຊ ແລະ ມາໃນວັນທີ 7 ເມສາ 2020 ໄດ້ມາກວດຄືນ ພົບເຊື້ອ COVID-19 ເປັນບວກ ຮັບເຂົ້ານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ ສຳລັບຜູ້ສຳຜັດໃກ້ຊິດກັບກໍລະນີທີ 15 ນີ້ ມີຈຳນວນ 5 ຄົນ.