ວັນທີ 16 ກຸມພາ 2021 ທີ່ວັດບ້ານໂນນຊາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ເຂດເລືອກຕັ້ງເມືອງປາກງື່ມ ລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງ ນຳຄະນະໂດຍທ່ານ ຄໍາພາວ ໂພຂາວ ຮອງຫົວໜ້າຫ້ອງວ່າການ ນວ ຫົວໜ້າສະຖາບັນຄົ້ນຄວ້າການພັດທະນາເສດຖະກິດ-ສັງຄົມ ນວ ເປັນກຽດຕ້ອນຮັບຂອງທ່ານ ພູທອງ ຈັນທະສິມ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງວ່າການເມືອງປາກງຶ່ມ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ສໍາລັບຄະຜູ້ແທນທີ່ລົງຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງຈຸດນີ້ ປະກອບມີທ່ານ ຂັນທີ ສີວິໄລ ຮອງເລຂາພັກ ປະທານກວດກາພັກ ຫົວໜ້າອົງການກວດກາລັດ ທ່ານ ຄໍາພາວ ໂພຂາວ ຮອງຫົວໜ້າຫ້ອງວ່າການ ນວ ຫົວໜ້າສະຖາບັນເສດຖະກິດສັງຄົມ ນວ ທ່ານ ບຸນທະວີ ສີແສນດີ ກໍາມະການຄະນະໜ່ວຍພັກຮາກຖານ ຮອງຫົວໜ້າອົງການໄອຍະການປະຊາຊົນ ນວ ທ່ານ ສໍສຸທິພາພອນ ສີສຸວັນ ຫົວໜ້າໜ່ວຍງານປ່າໄມ້ ຫ້ອງການກະສິກຳເມືອງປາກງື່ມ ທ່ານ ຄໍາຄູນ ຄຸນທະວົງ ປະທານບໍລິສັດ ຄູນທະວົງລາວ ກໍ່ສ້າງຄົບວົງຈອນ ຈຳກັດ ຜູ້ບໍລິຫານບໍລິສັດ ຈັນສີ ບໍລິການຂົນສົ່ງ ຄະນະບໍລິຫານບໍລິສັດ BLD Logistic ຈຳກັດ ເຈົ້າຂອງສວນກະສິກຳບ້ານນາສ້ຽວ ເລຂາຊາວໜຸ່ມສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຮອງປະທານສະຫະພັນກີລາຍົກນ້ຳໜັກແຫ່ງຊາດລາວ ຮອງປະທານສະມາຄົມທຸລະກິດຊາວຊຽງຂວາງ ເປັນສະມາຊິກສະພາການຄ້າ ແລະ ອຸດສະຫະກະແຫ່ງຊາດລາວ.
ຫຼັງຈາກຮັບຟັງການລາຍງານແລ້ວ ບັນດາຄະນະຜູ້ແທນກໍໄດ້ຜັດປ່ຽນກັນແນະນໍາໂຕ ສະເໜີປະຫວັດຫຍໍ້ ການເຄື່ອນໄຫວວຽກງານ ພາຍຫຼັງທີ່ໄດ້ຮັບເປັນ ສສ ນວ ແລ້ວ ຈະເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ໃນການນຳສະເໜີຂໍ້ຂ້ອງໃຈຂອງປະຊາຊົນຕໍ່ຂັ້ນເທິງ ເພື່ອນຳໄປສູ່ຂະບວນການແກ້ໄຂຢ່າງເປັນທຳ ໂອກາດນີ້ ຜູ້ສະໝັກຮັບເລືອກຕັ້ງ ຍັງໄດ້ຮຽກຮ້ອງມາຍັງຜູ້ມີສິດເລືອກຕັ້ງ ຈົ່ງມາໃຊ້ສິດຂອງຕົນເຂົ້າໃນການປ່ອນບັດຄັດເລືອດເອົາຜູ້ທີ່ຕົນມັກ ແລະ ໄວ້ວາງໃຈທີ່ຈະເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າ ເພື່ອແນໃສ່ເຮັດໃຫ້ໃນບັ້ນເລືອກຕັ້ງທົວປະເທດໃນວັນທີ 21 ກຸມພາ 2021 ນີ້ສໍາເລັດຕາມລະດັບຄາດໝາຍ.

ໃນຕອບບ່າຍຂອງວັນດຽວກັນ ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ເຂດເລືອກຕັ້ງເມືອງປາກງື່ມດັ່ງກ່າວ ກໍໄດ້ລົງພົບປະ ແລະ ຫາສຽງກັບປະຊາຊົນທີ່ວັດບ້ານນາກຸງ ເມືອງປາກງື່ມ ນວ ຕື່ມອີກ.
# ຂ່າວ & ພາບ: ອຸເປຂາ