ຫວຍພັດທະນາຊຸກຍູ້ແຂ່ງຂັນກີລາ-ສິລະປະນັກຮຽນ

    ບໍລິສັດລັດວິສາຫະກິດຫວຍພັດທະນາ ໄດ້ຊຸກຍູ້ເງິນ 2 ລ້ານກີບ ປະກອບສ່ວນເຂົ້າໃນພິທີປິດການແຂ່ງຂັນກີລາ-ສິລະປະ ຄັ້ງທີ 11 ຂອງໂຮງຮຽນ ມສ ລາວ-ຫວຽດນາມ ເຊິ່ງເປັນກິດຈະກຳໜຶ່ງເພື່ອປູກຈິດສຳນຶກໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບຄວາມສຳຄັນຂອງການຫຼິ້ນກີລາ-ສິລະປະ ການອອກກຳລັງກາຍ ແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດຂອງຕົນ.

    ພິທີມອບຮັບເງິນອຸປະຖຳຄັ້ງນີ້ ຈັດຂຶ້ນວັນທີ 15 ກຸມພາ 2021 ທີ່ສຳນັກງານບໍລິສັດ ກ່າວມອບໂດຍທ່ານນາງ ວົງມາລາ ສີສະຫວັດ ຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດຫວຍພັດທະນາ ແລະ ກ່າວຮັບໂດຍທ່ານນາງ ວຽງສີ ມະນີເພັດ ຮອງຜູ້ອຳນວຍການໂຮງຮຽນ ມສ ລາວ-ຫວຽດນາມ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

​                              # ຂ່າວ & ພາບ: ສົມສະຫວັນ

error: Content is protected !!