ຕອນບ່າຍວັນທີ 16 ກຸມພາ 2021 ທີ່ສະໂມສອນ ມສ ຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຄະນະຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 1 ນວ ໜ່ວຍທີ 3 ນຳໂດຍທ່ານ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະ 5 ທ່ານ ໄດ້ສືບຕໍ່ໂຄສະນາຫາສຽງນຳປະຊາຊົນກຸ່ມບ້ານສີວິໄລ ແລະ ກຸ່ມບ້ານດົງໂດກ ເມືອງໄຊທານີ ໂດຍມີຄະນະກຳມະການເລືອກຕັ້ງຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນກຸ່ມບ້ານດັ່ງກ່າວໃຫ້ການຕ້ອນຮັບ.

ໂອກາດນີ້ ຜູ້ສະໝັກຮັບເລືອກຕັ້ງໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ປະຫວັດຄວາມເປັນມາ ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ ເພື່ອໃຫ້ຜູ້ມີສິດປ່ອນບັດເຂົ້າໃຈ ແລະ ນຳໃຊ້ສິດຂອງຕົນ ເລືອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ມີເງື່ອນໄຂຄົບຖ້ວນຢ່າງແທ້ຈິງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ນຳເອົາຄວາມຂັດຂ້ອງຂອງປະຊາຊົ ໄປສະເໜີຕໍ່ສະພາແຫ່ງຊາດ ເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາແກ້ໄຂຢ່າງຖືກຕ້ອງ ແລະ ສອດຄ່ອງ ພ້ອມນີ້ ຜູ້ສະໝັກເລືອກຕັ້ງ ສສຊ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງທົ່ວເມືອງໄຊທານີ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນວັນທີ 21 ກຸມພາ 2021 ຢ່າງຫຼວງຫຼາຍ ເພື່ອແນໃສ່ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
# ຂ່າວ & ພາບ: ລັດເວລາ