ວັນທີ 16 ກຸມພາ 2021 ທີ່ສະໂມສອນເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຄະນະຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 1 ນວ ໜ່ວຍທີ 3 ນຳໂດຍທ່ານ ວຽງວິໄລ ທ່ຽງຈັນໄຊ ກຳມະການປະຈຳພັກ ມະຫາວິທະຍາໄລແຫ່ງຊາດ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ພ້ອມຄະນະ 4 ທ່ານ ໄດ້ລົງໂຄສະນາຫາສຽງນຳປະຊາຊົນກຸ່ມບ້ານໄຊ ເມືອງໄຊທານີ ໂດຍມີທ່ານ ຄໍາເຫວີຍ ສິງຫາທຳ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງໄຊທານີ ແລະ ພໍ່ແມ່ປະຊາຊົນກຸ່ມບ້ານດັ່ງກ່າວໃຫ້ການຕ້ອນຮັບ.

ການລົງຫາສຽງຄັ້ງນີ້ ບັນດາຜູ້ແທນໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ປະຫວັດຄວາມເປັນມາ ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ ເພື່ອໃຫ້ຜູ້ມີສິດປ່ອນບັດເຂົ້າໃຈ ແລະ ນຳໃຊ້ສິດຂອງຕົນ ເລືອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ມີເງື່ອນໄຂຄົບຖ້ວນຢ່າງແທ້ຈິງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ນຳເອົາຄວາມຂັດຂ້ອງຂອງປະຊາຊົນໄປສະເໜີຕໍ່ສະພາແຫ່ງຊາດ ເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາແກ້ໄຂຢ່າງຖືກຕ້ອງ ແລະ ສອດຄ່ອງ ພ້ອມນີ້ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງທົ່ວເມືອງໄຊທານີ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນວັນທີ 21 ກຸມພາ 2021 ຢ່າງຫຼວງຫຼາຍ ເພື່ອແນໃສ່ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ເມືອງໄຊທານີ ມີບ້ານທັງໝົດ 104 ບ້ານ ປະກອບມີ 8 ກຸ່ມບ້ານ ມີພົນລະເມືອງ 220.694 ຄົນ ຍິງ 111.494 ຄົນ ມີຜູ້ສິດບ່ອນບັດເລືອກຕັ້ງ 144.352 ຄົນ ຍິງ 72.974 ຄົນ ມີໜ່ວຍປ່ອນບັດເລືອກຕັ້ງ 202 ໜ່ວຍ ສະເພາະກຸ່ມບ້ານໄຊມີ 21 ໜ່ວຍເລືອກຕັ້ງ ມີຜູ້ສິດປ່ອນບັດ 16.718 ຄົນ ຍິງ 8.870 ຄົນ.

# ຂ່າວ & ພາບ: ລັດເວລາ