ໄລຍະເຝົ້າລະວັງນີ້ ແກ້ວທະວີຄູນເພີ່ມພູນຊັບ ມີພືດຜັກປອດສານພິດສະໜອງໃຫ້ຜູ້ບໍລິໂພກພຽງພໍ​

    ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງຜູ້ອຳນວຍການບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈຳກັດ ໃຫ້ສຳພາດວັນທີ 8 ເມສາ 2020 ວ່າ: ບໍລິສັດໄດ້ນຳເອົາສິນຄ້າປະເພດພືດຜັກ ໃບ ໝາກ ແລະ ຫົວ ທີ່ປອດສານພິດ ທີ່ປຸກຢູ່ປາກຊ່ອງ ແຂວງຈຳປາກສັກ ແລະ ສ່ວນໜຶ່ງປູກຢູ່ນະຄອນ ຫຼວງວຽງຈັນ ມາຈຳໜ່າຍຢູ່ຕະຫຼາດກະສິກຳອິນຊີນະຄອນຫຼວງວຽງຈັນ ເດີ່ນສູນການຄ້າລາວ-ໄອເຕັກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃນທຸກຕອນເຊົ້າເວລາ 5:30 ໂມງເຊົ້າ – 13:00 ໂມງ ຂອງທຸກວັນພຸດ ແລະ ວັນເສົາ. 

    ໄລຍະພະຍາດໂຄວິດລະບາດ ເຫັນມີຄວາມຫຍຸ້ງຍາກ ການຂົນສົ່ງຈາກເມື່ອກ່ອນຂົນສົ່ງມານຳລົດເມ ແຕ່ປັດຈຸບັນ ລົດເມຢຸດບໍລິການຊົ່ວຄາວ ຈຶ່ງໄດ້ຫັນຂົນສົ່ງມາທາງລົດຂົນສິນຄ້າແທນ ທັງນີ້ກໍເພື່ອໃຫ້ລູກຄ້າໄດ້ບໍລິໂພກພືດຜັກປອດສານພິດທີ່ເປັນແນວພັນນຳເຂົ້າມາຈາກຕ່າງປະເທດ ແຕ່ມາປູກຢູ່ລາວ ໂດຍຈະມີໝາກເລັ່ນ ຜັກກາດຂາວ ໝາກເຜັດ ໝາກເຂືອ ກະລຳປີ ຂິງ ໝາກຖົ່ວ ໝາກແຕງ ໝາກຊູ ຜັກສະລັດ ຫົວຜັກກາດຂາວ ຫອມລາບ ໝາກອຶ ມັນດ້າງ ບີທູດ ຫົວສີໄຄ ໝາກນາວ ແລະ ອື່ນໆ ຈຳນວນຫຼາຍລາຍການ. ດັ່ງນັ້ນລູກຄ້າສາມາດມາຊື້ໄດ້ຢູ່ຕະຫຼາດກະສິກຳອິນຊີນະຄອນຫຼວງວຽງຈັນ ແລະ ຮ້ານຊຸບເປີມາກເກັດບາຊາໄດ້.


error: Content is protected !!