ທີມກວດກູ້ ຂອງອົງການເກັບກູ້ລະເບີດແມັກ ໄດ້ພົບ ແລະ ທໍາລາຍລະເບີດໃຫຍ່ 3 ລູກ ຢູ່ເມືອງບົວລະພາ ແລະ ເມືອງຍົມມະລາດ ແຂວງຄໍາມ່ວນ ໃນອາທິດຜ່ານມາ ເຊິ່ງລູກທໍາອິດແມ່ນລະເບີດໃຫຍ່ ໜັກ 500 ປອນ ຫຼື 227 ກິໂລກຣາມ ຖືກພົບເຫັນໃນລະຫວ່າງການກວດກູ້ທົ່ງນາຢູ່ບ້ານນາຮ້ອມ ຫ່າງຈາກບ່ອນຢູ່ອາໄສຂອງປະຊາຊົນ 300 ແມັດ ລູກທີ 2 ໜັກ 750 ປອນ ຫຼື 340 ກິໂລກຣາມ ພົບໃນລະຫວ່າງການກວດກູ້ທົ່ງນາຢູ່ບ້ານສ້າງປຸງບອນ ຫ່າງຈາກບ່ອນຢູ່ອາໄສຂອງປະຊາຊົນ 50 ແມັດ ແລະ ຫ່າງຈາກຖະໜົນຫຼັກໄປຫາຊາຍແດນ ລາວ-ຫວຽດນາມ 100 ແມັດ ສ່ວນລູກທີ 3 ໜັກ 500 ປອນ ຫຼື 227 ກິໂລກຣາມ ເຊິ່ງພົບເຫັນ ແລະ ລາຍງານໂດຍຊາວບ້ານຢູ່ບ້ານແສນພັນ ເຊິ່ງຖືກຝັງໄວ້ເຄິ່ງໜຶ່ງຢູ່ເຂດບໍ່ຫີນ ຫ່າງຈາກທາງເຂົ້າໝູ່ບ້ານປະຊາຊົນ 100 ແມັດ.

ປີ 2020 ອົງການເກັບກູ້ລະເບີດແມັກ ໄດ້ສໍາຫຼວດ ແລະ ກຳນົດເນື້ອທີ່ 93 ກິໂລຕາແມັດ ເປັນພື້ນທີ່ອັນຕະລາຍ ແລະ ເນື້ອທີ່ 8.893.5711 ຕາແມັດ ຖືກກວດກູ້ແລ້ວ ຜ່ານການສໍາຫຼວດ ກວດກູ້ ແລະ ທໍາລາຍເຄື່ອນທີ່ ອົງການເກັບກູ້ລະເບີດແມັກໄດ້ທໍາລາຍລູກລະເບີດໃຫຍ່ 17 ລູກ ລະເບີດລູກຫວ່ານ ແລະ ລູກປືນຊະນິດຕ່າງໆ 20.499 ລູກ ນອກນີ້ ຍັງໄດ້ໃຫ້ຄວາມຮູ້ກ່ຽວກັບຄວາມສ່ຽງຂອງລະເບີດທີ່ບໍ່ທັນແຕກ 164 ຄັ້ງ ໃຫ້ປະຊາຊົນ 4.998 ຄົນ ເຊິ່ງທຸກການປະຕິບັດວຽກງານຂອງອົງການເກັບກູ້ລະເບີດແມັກ ໄດ້ຊ່ວຍເຫຼືອປະຊາຊົນຫຼາຍພັນຄົນ ສາມາດນໍາໃຊ້ທີ່ດິນຂອງຕົນເອງໂດຍປາສະຈາກຄວາມຢ້ານກົວໃດໆຕໍ່ລະເບີດ.
ສໍາລັບປີ 2021 ອົງການເກັບກູ້ລະເບີດແມັກ ໄດ້ພົບ ແລະ ທໍາລາຍລະເບີດໃຫຍ່ແລ້ວ 4 ລູກ ລະ ເບີດລູກຫວ່ານ 2.751 ລູກ ແລະ ລູກປືນຊະນິດຕ່າງໆອີກ 176 ລູກ.


# ຂ່າວ & ພາບ: ສະບາໄພ